ທ່ານ ນາງ ຕ່ອງທິຝ໋ອງ ຕ້ອນຮັບຄະນະນັກຮຽນນັກ,
ສຶກສາຊົນເຜົ່າສ່ວນໜ້ອຍ ຂອງກອງທຶນສຶກສາວື່ອາຢິ໋ງ
(ພາບ: ດີງນາມ)
(vovworld)- ຕອນເຊົ້າວັນທີ 13/7, ຢູ່ຮ່າໂນ້ຍ, ທ່ານ ນາງ ຕ່ອງທິຝ໋ອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະນັກຮຽນນັກ, ສຶກສາຊົນເຜົ່າສ່ວນໜ້ອຍ ຂອງກອງທຶນສຶກສາວື່ອາຢິ໋ງ. ທ່ານ ນາງ ຕ່ອງທິຝ໋ອງ ຮອງປະທານສະພາແຫ່ງຊາດ ຢືນຢັນວ່າ: ພັກ, ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂ ເພື່ອໃຫ້ເຂດຊົນເຜົ່າສ່ວນໜ້ອຍ ມີເງື່ອນໄຂພັດທະນາ, ບັນດານ້ອງນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍ ມີໂອກາດໄດ້ຮ່ຳຮຽນ, ບືນຕົວຂື້ນຢັ້ງຢືນຕົນເອງ. ທ່ານ ນາງ ຕ່ອງທິຝ໋ອງ ຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ: ບັນດານັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍ ທີ່ໄດ້ຮັບການໜູຍຊ່ວຍ ຈາກກອງທຶນສຶກສາວື່ອາຢິ໋ງ ຈະສືບຕໍ່ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ນຳຄວາມຮັບຮູ້ທີ່ໄດ້ຮຽນມາ ຮັບໃຊ້ວິວັດການກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດ ໃຫ້ນັບມື້ນັບພັດທະນາ.
ກອງທຶນສຶກສາວື່ອາຢິ໋ງ ເປັນກອງທຶນພິເສດສະຫງວນໃຫ້ແກ່ນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍ ແລະ ເຂດໝູ່ເກາະ ໂດຍ ທ່ານ ນາງ ເຈືອງໝີຮວາ ອະດິດຮອງປະທານປະເທດຫວຽດນາມ ເປັນປະທານ. ພາຍຫຼັງ 17 ປີ ແຫ່ງການສ້າງຕັ້ງ, ກອງ ທຶນສຶກສາວື່ອາຢິ໋ງ ໄດ້ມອບທຶນສຶກສາ ກວ່າ 70.000 ທຶນ ໃຫ້ແກ່ນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍ.