ພັກ,ລັດ ແລະ ປະຊາຊົນເຄົາລົບນັບຖືຈິດໃຈເຮັດວຽກແລະປະດິດຄິດສ້າງຂອງນັກສິລະປິນລຸ້ນຕ່າງໆ

(VOVWORLD) - ຕອນບ່າຍວັນທີ 29 ສິງຫາ ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງພິທີມອບນາມມະຍົດສິລະປິນປະຊາຊົນ, ສິລະປີນດີເດັ່ນປີ 2019 ໃຫ້ແກ່ນັກສິລະປິນພາຍໃນປະເທດ 391 ຄົນ.

ພັກ,ລັດ ແລະ ປະຊາຊົນເຄົາລົບນັບຖືຈິດໃຈເຮັດວຽກແລະປະດິດຄິດສ້າງຂອງນັກສິລະປິນລຸ້ນຕ່າງໆ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບບັນດານັກສິລິປິນ (ພາບ: TTXVN) 

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ: ນາມມະຍົດນັກສິລະປີນປະຊາຊົນ, ສິລະປິນດີເດັ່ນ ແມ່ນຂອງຂວັນອັນລ້ຳຄ່າທີ່ສຸດ ຊື່ງລັດມອບໃຫ້ຜູ້ດີເດັ່ນຂອງຖັນແຖວນັກສິລະປີນໃນທົ່ວປະເທດ. ນີ້ແມ່ນບັນດານັກສິລະປິນ ຍາມໃດ ກໍ່ຝຶກຝົນຫລໍ່ຫລອມ, ເຕີບໃຫຍ່ ແລະ ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງໃນພາລະກິດສິລະປະ ແລະ ໄດ້ຮັບຄວາມເຊື່ອໝັ້ນ ຄວາມຮັກຕໍ່ເພື່ອນຮ່ວມງານ ແລະ ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຖືວ່າ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນຄືປະຈຸບັນ, ຄວນມີພື້ນຖານວັດທະນະທຳເຂັ້ມຂົ້ນໄປດ້ວຍສີສັນຊາດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການການກໍ່ສ້າງ ແລະ ພັດທະນາຂອງປະເທດຊາດໃນໄລຍະໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ