ພັກສັງຄົມຍາດໄດ້ບັດສະໜັບສະໜູນ ສ່ວນຫຼາຍທີ່ການເລືອກຕັ້ງສະພາ ແຫ່ງຊາດຝະລັ່ງ

ພັກສັງຄົມຍາດໄດ້ບັດສະໜັບສະໜູນ ສ່ວນຫຼາຍທີ່ການເລືອກຕັ້ງສະພາ ແຫ່ງຊາດຝະລັ່ງ - ảnh 1

ພັກ​ສັງຄົມ​ຍາດ​ໄດ້​ບັດ​ສະ​ໜັບສະ​ໜູນ​ສ່ວນ​ຫຼາຍ

(ພາບ:vov.vn)

( vovworld ) –  ດ້ວຍອັດຕາ​ສ່ວນ​ 320 ໃນຈຳນວນ 577 ທີ່​ນັ່ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ພັກ​ສັງຄົມ​ຝະລັ່ງ ​ແລະ ບັນດາ​ພັກ​ຝ່າຍ​ຊ້າຍພັນທະ​ມິດ​ຍາດ​ໄດ້ໄຊຊະນະທີ່​ໃຫ່ຍຫຼວງ, ລື່ນ​ກາຍ​ຈຳນວນ​ບັດ​ສະໜັບສະໜູນ​ທີ່​ຈຳ​ເປັນ​ໃນ​ການ​ເລືອກຕັ້ງ​ສະພາ​ແຫ່ງ​ຊາດຝະລັ່ງ ຮອ​ບທີ 2 ​ເມື່ອ​ວັນ​ທີ 17/6. ​ແຕ່​ໄຊຊະນະ​ຄັ້ງນີ້​ກໍ່​ຍັງບໍ່​ທັນ​​ເຕັມ​ສ່ວນ​ເທື່ອສຳລັບ​ພັກ​ສັງຄົມ ຂະນະ​ທີ່​ທ່ານ​ນາງ Segolene Royal ອະດີ​ດຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຝະລັ່ງ ຊື່​ງ​ແມ່ນ​ຜູ້​ທີ່​ພັກ​ນີ້​ໄດ້​ຝາກຄວາມ​ຫວັງ​ທີ່​ສຸດນັ້ນ ບໍ່​ໄດ້​ຮັບ​ໄຊຊະນະ​ໃນ​ຮອບ​ເລືອກ​ຕັ້ງຄັ້ງນີ້. ນອກຈາກ​ນັນ​ແລ້ວ, ພັກ​ແນວ​ໂຮມ​ຊົນ​ຊາດ​ຝ່າຍ​ຂວາ​ໄດ້​ຮັບ​ໄຊະນະ​ໃນ 2 ຮອບ​ເລືອກ​ຕັ້ງ ​ແລະ ​ເລື​ອ່ງຫຼານ​ສາວ​ຂອງ​ອະດີດ​ປະທານ​ພັກ​ນີ້, ທ່ານ​ນາງ Jean Marie Le Pen Marion Marechal Le Pen ອາຍຸ 22 ປີ, ​ໄດ້​ຮັບ​ໄຊຊະນະ, ກາຍ​ເປັນ​ສະມາຊິກ​ສະພາ​ແຫ່​ງຊາດ​ໜຸ່ມ​ກ່ວາ​ໝູ່​ໃນ​ປະຫວັດສາດ​ແຫ່ງ​ປະ​ເທດ​ຝະລັ່ງ ກໍ່​ໄດ້​ສ້າງ​ການ​ທ້າ​ທາຍ​ອັນ​ບໍ່​ໜ້ອຍ​ສຳລັບ​ພັກ​ສັງຄົມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ນັກ​ໄຈ້​ແຍກ​ຖືວ່າ, ​ເລື່ອງພັກ​ສັງຄົມ​ກຳ​ອຳນາດ​ຍາດ​ໄດ້​ໄຊຊະນະ​ແມ່ນ​ສັນຍານສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ຝະລັ່ງ​ປາດ​ຖະໜາ ​ແລະ ​ເຊື່ອໝັ້ນຕໍ່​ລັດຖະບານ​ທີ່​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບ ​ເພື່ອ​ແນ​ໃສ່​ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ໄລຍະ​ວິ​ກິດ​ການ​ໃນ​ປະຈຸ​ບັນ​ໄດ້.

 

ຂ່າວ/ບົດ​ອື່ນ