ພັກເພື່ອໄທເປີດບັ້ນ ຫາສຽງເລືອກຕັ້ງ


ພັກເພື່ອໄທເປີດບັ້ນ ຫາສຽງເລືອກຕັ້ງ - ảnh 1

ທ່ານ​ນາງ ຍິ່ງ​ຮັກ ຊີ​ນນະ​ວັດ ​ແລະ ຜູ້​ສະໜັບສະໜູນ

 (ພາບ: issaanews)

 (vovworld)- ​ ​ ວັນ​ທີ 4/1, ​ພັກ​ເພື່ອ​ໄທ ກຳ​ອຳນາດຂອງ​ທ່ານ​ນາງ​ນາຍົກລັດຖະ ມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ​​ໄດ້ເລີ່​ມບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ສະພາບ​ການ​ທີ່​ຝ່າຍ​ຄ້ານ​ຮຽກຮ້ອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫ່ຍ​ໃນ​ອາທິດ​ຜ່ານ​ມາ ​ເພື່ອ​ແນ​ໃສ່​ຄັດຄ້ານ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 2/2 ຈະ​ມາ​ເຖິງ.

  ດ້ວຍ​ຄຳ​ຂວັນຮຽກຮ້ອງ​ໃຫ້ ປຊຊ ​ເຂົ້າຮ່ວມການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ​ເພື່ອ​ແນ​ໃສ່​ຮັກ​ສາ​ພື້​ນຖານ​ປະຊາທິປະ​ໄຕ​ນັ້ນ, ພັກ​ເພື່​ອໄທ ພວມ​ສົ່ງ​ເສີມ​ການ​ຂົນຂວາຍຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຢູ່​ບັນດາ​ເຂດ​ໃຈກາງ​ທາງ​ທິດ​ເໜືອ ​ແລະ ຊານ​ນະຄອນຫຼວງ​ບາງກອກ, ​ແຫ່ງ​ທີ່​ກຳລັງ​ຕ້ານ​ລັດຖະບານ​ປຸກລະດົມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃຫ່ຍຄັ້ງຕ່າງໆ​ໃນ​​ອາ​ທິດມໍ່​ໆ​ມາ​ນີ້. ທ່ານປະ​ທານ​ພັກ​ເພື່ອ​ໄທ ​ຖື​ວ່າ: ບັ້ນຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງຈະ​ດຳ​ເນີນ​ໄປ​ດ້ວຍ​ດີ ​ແລະ ຢັ້ງຢືນ​ວ່າ​ພັກ​ເພື່ອ​ໄທ​ ບໍ່​ແມ່ນ​ກຳລັງ​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ./.

ຂ່າວ/ບົດ​ອື່ນ