ພັກCDUແລະພັກCSUເລືອກເຟັ້ນທ່ານນາງA.Merkelເປັນຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Marke
(ພາບ :EPA/TTXVN)
(vovworld) - ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Markel ໄດ້ຮັບເລືອກເປັນພັກສຳພັນທະມິດປະຊາທິປະໄຕກາໂຕລິກ (CDU) ແລະ ພັກສຳພັນທະມິດສັງຄົມກາໂຕລິກ (CSU) ເປັນຜູ້ອອກສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີທີ່ການເລືອກຕັ້ງໃນເດືອນ 9 ຈະມາເຖິງ. ຂໍ້ມູນຂ່າວດັ່ງກ່າວໂດຍທ່ານ Horst Seehofer ປະທານພັກ CSU ຮັບຮູ້ໃນວັນທີ 06/02. ກ່ອນໜ້ານັ້ນ, ໃນເດືອນ 12 ຜ່ານມາ, ພັກ CDU ສືບຕໍ່ເລືອກຕັ້ງທ່ານນາງ Angela Markel ເປັນປະທານ, ຜ່ານນັ້ນ ຊ່ວຍໃຫ້ທ່ານນາງ Angela Markel ກາຍເປັນຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຂອງພັກ CDU ໃນອາຍຸການທີ 4 ຢ່າງລຽນຕິດ.
ປະຈຸບັນພັກ CDU ແລະ ພັກ CSU ແມ່ນ 2 ໃນ 3 ພັກຂຶ້ນກັບສຳພັນທະມິດກຳອຳນາດຢູ່ ເຢຍລະມັນ. ຕາມແຜນການແລ້ວ, ການເລືອກຕັ້ງສະພາແຫ່ງຊາດສະຫະພັນ ເຢຍລະມັນ ຈະດຳເນີນໄປໃນວັນທີ 24/09 ຈະມາເຖິງ.