ພັດ​ທະ​ນະ​ຂະ​ແໜງ​ການລ້ຽງ​ສັດ ຫວຽດ​ນາມ ຕາມ​ທິດຫັນ​ເປັນອຸດສາຫະກຳ ແລະ ທັນສະໄໝ

(VOVWORLD) -ຍຸດທະສາດກໍ່ວາງອອກເປົ້າໝາຍລວມເຖິງປີ 2030, ການຜະລິດລ້ຽງສັດຂອງ ຫວຽດນາມ ໄດ້ເຂົ້າໃນກຸ່ມບັນດາປະເທດກ້າວໜ້າໃນພາກພື້ນ ແລະ ວິໄສທັດເຖິງປີ 2045 ກາຍເປັນຂະແໜງການເສດຖະກິດເຕັກນິກທີ່ທັນສະໄໝ ແລະ ໄດ້ຫັນເປັນອຸດສາຫະກຳເກືອບທັງໝົດທຸກຂອດຜະລິດ, ການປຸງແຕ່ງ, ເກັບຮັກສາຕະຫຼອດຮອດການເຊື່ອມຕໍ່ກັບຕະຫຼາດຈຳໜ່າຍຜະລິດຕະພັນ.
ພັດ​ທະ​ນະ​ຂະ​ແໜງ​ການລ້ຽງ​ສັດ ຫວຽດ​ນາມ ຕາມ​ທິດຫັນ​ເປັນອຸດສາຫະກຳ ແລະ ທັນສະໄໝ - ảnh 1 (ພາບປະກອບ: TTXVN)

ໃນວັນທີ 06 ຕຸລາ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົຕີ ຫວຽດນາມ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານຍຸດທະສາດພັດທະນາຂະແໜງການລ້ຽງສັດໄລຍະ 2021-2030, ວິໄສທັດ 2045, ມຸ່ງໄປເຖິງເປົ້າໝາຍເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງບັນດາເຂດນິເວດເພື່ອພັດທະນາຂະແໜງການລ້ຽງສັດຢ່າງຮອບດ້ານ, ມີປະສິດທິຜົນ, ຍືນຍົງ ແລະ ປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດຕິດພັນກັບການພັດທະນາບັນດາລະບົບມູນຄ່າ, ຍົກສູງມູນຄ່າເພີ່ມ, ຮັບປະກັນຄວາມປອດໄພທາງຊີວະພາບ, ໂລກພະຍາດ, ສິ່ງແວດລ້ອມ ແລະ ຄວາມປອດດ້ານສະບຽງອາຫານ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ເພີ່ມທະວີການສົ່ງອອກ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ.

ຍຸດທະສາດກໍ່ໄດ້ວາງອອກຄວາມຮຽກຮ້ອງພັດທະນາຂະແໜງການສ້າງສັດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ພ້ອມທັງຍູ້ແຮງການລ້ຽງສັດຕາມທິດອິນຊີ, ມູນເຊື້ອຕາມທິດຜະລິດເປັນສິນຄ້າທີ່ມີຄຸນນະພາບສູງ, ປອດໄພ

ຍຸດທະສາດກໍ່ວາງອອກເປົ້າໝາຍລວມເຖິງປີ 2030, ການຜະລິດລ້ຽງສັດຂອງ ຫວຽດນາມ ໄດ້ເຂົ້າໃນກຸ່ມບັນດາປະເທດກ້າວໜ້າໃນພາກພື້ນ ແລະ ວິໄສທັດເຖິງປີ 2045 ກາຍເປັນຂະແໜງການເສດຖະກິດເຕັກນິກທີ່ທັນສະໄໝ ແລະ ໄດ້ຫັນເປັນອຸດສາຫະກຳເກືອບທັງໝົດທຸກຂອດຜະລິດ, ການປຸງແຕ່ງ, ເກັບຮັກສາຕະຫຼອດຮອດການເຊື່ອມຕໍ່ກັບຕະຫຼາດຈຳໜ່າຍຜະລິດຕະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ