ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ

(VOVWORLD) -ລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ໂຄງການເຄື່ອນໄຫວປະຕິບັດມະຕິຕົກລົງ ສະບັບເລກທີ 08 ລົງວັນທີ 16/01/2017 ຂອງກົມການເມືອງຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຊຸດທີ XII ກ່ຽວກັບການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ.
ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ - ảnh 1 (ພາບປະກອບ)

ຕາມນັ້ນ. ເພື່ອເພີ່ມທະວີການໂຄສະນາເຜີຍແຜ່, ໂຄສະນາພາບພົດ, ປະເທດຊາດ, ປະຊາຊົນຫວຽດນາມ, ຂະແໜງທ່ອງທ່ຽວຈະສ້າງ, ປັບປຸງໂຄງປະກອບຄືນໃໝ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນສະພາບການໃໝ່. ບັນດາທ້ອງຖິ່ນມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍກ່ຽວກັບການພັດທະນາການທ່ອງທ່ຽວສ້າງໂຄງປະກອບຂະແໜງການທ່ອງທ່ຽວຂອງທ້ອງຖິ່ນຄືນໃໝ່ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ, ເອົາໃຈໃສ່ເປັນພິເສດສຸມແຫຼ່ງກຳລັງ ກໍ່ສ້າງບັນດາຂົງເຂດທີ່ເປັນກຳລັງໜູນພັດທະນາການທ່ອງທ່ຽວ… ໂຄງການກໍ່ໄດ້ຍົກໃຫ້ເຫັນໜ້າທີ່ການແກ້ໄຂ, ເພີ່ມເຕີມກົດໝາຍວ່າດ້ວຍການເຂົ້າເມືອງ, ອອກເມືອງ, ຜ່ານແດນ, ການຢູ່ອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ, ກົດໝາຍການລົງທຶນ 2014 ແລະ ບັນດາຂໍ້ຕົກລົງດ້ານກົດໝາຍທີ່ກ່ຽວຂ້ອງ ສ້າງການພັດທະນາບຸກທະລຸໃຫ້ຂະແໜງທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ