ພັດທະນາການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ-ສະພາຄວາມໝັ້ນຄົງແຫ່ງຊາດອິນເດຍ ໃຫ້ຫຼາຍກວ່າອີກ

(VOVWORLD) -ຫວຽດນາມ ຕີລາຄາສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການສະໜັບສະໜູນເຊິ່ງກັນແລະກັນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ
ພັດທະນາການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ-ສະພາຄວາມໝັ້ນຄົງແຫ່ງຊາດອິນເດຍ ໃຫ້ຫຼາຍກວ່າອີກ - ảnh 1ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ເປັນເອກະພາບບາງເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ
(ພາບ: cand.com.vn)

ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງອອນລາຍກັບທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ສ.ອິນເດຍ Ajit Kumar Doval. ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ, ຫວຽດນາມ ຕີລາຄາສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການສະໜັບສະໜູນເຊິ່ງກັນແລະກັນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ, ໂດຍສະເພາະແມ່ນກ່ຽວຂ້ອງເຖິງການຮັບມືກັບໂລກລະບາດໂຄວິດ-19; ທ່ານເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງ 2 ປະເທດ, ພ້ອມແລ້ວທີ່ຈະຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ.

        ສ່ວນທ່ານ Ajit Kumar Doval ຢືນຢັນວ່າ, ສະພາຄວາມໝັ້ນຄົງແຫ່ງຊາດ ອິນເດຍ ຍາມໃດກໍ່ຖືເປັນສຳຄັນ ແລະ ຮັກສາ, ພັດທະນາການພົວພັນລະຫວ່າງ 2 ປະເທດ, ພ້ອມແລ້ວທີ່ຈະເພີ່ມທະວີ, ເປີດກວ້າງການພົວພັນຮ່ວມມືກັບກະຊວງຕຳຫຼວດຫວຽດນາມ ໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ.

        ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ເປັນເອກະພາບບາງເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ, ລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບສະພາຄວາມໝັ້ນຄົງແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ອິນເດຍ ເວົ້າສະເພາະມີຄວາມເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ