ພັດທະນາການພົວພັນຮ່ວມມື ອາຊຽນ-ຈີນ ໃຫ້ເຂົ້າສູ່ລວງເລິກ

ພັດທະນາການພົວພັນຮ່ວມມື ອາຊຽນ-ຈີນ ໃຫ້ເຂົ້າສູ່ລວງເລິກ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ
(ພາບ:AFP)

(vovworld)-​ ວັນ​ທີ 17/10, ຢູ່​ປັກ​ກິ​ງ, ທ່ານ​ເລຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ ຊຶ່ງ​ພວມ​ຢ້ຽມຢາມ​ຈີ​ນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີ ຫວາງ​ອີ. ທີ່​ການ​ເຈ​ລະ​ຈາ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີ ຫວາງ​ອີ ຢືນຢັນ​ວ່າ ອາ​ຊຽນ​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ຮັບ​ບຸລິມະສິດ​ຈາກ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສຳລັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ຂອງ​ຈີນ. 2 ຝ່າຍ​ຄວນ​ປະຕິບັດ​ບັນດາ​ຄວາມ​ຮັບ​ຮູ້​ລວມ​ເປັນ​ຢ່າງ​ດີ​ຊຶ່ງ​ການ​ນຳ 2 ຝ່າຍ​ບັນລຸ​ມາ​ໄດ້, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ​ເງິນຕາ, ການ​ປ້ອງ​ກັນ​ຄວາມ​ສະຫງົບ,​ການ​ຮ່ວມ​ມື​ບົນ​ທະ​ເລ ​ແລະ ການ​ພົວພັນແລກປ່ຽນລະຫວ່າງປະຊາຊົນ. ສ່ວນ ທ່ານ​ເລຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ ຖື​ວ່າ ການ​ພົວພັນ​ຮ່ວມ​ມືທີ່​ດີງາມ​ລະຫວ່າງ ອາ​ຊຽນ-ຈີນ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ. ທ່ານ​ເລຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ ຊີ້​ແຈ້ງວ່າ ປີ​ນີ້ ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ອາ​ຊຽນສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ດັ່ງ​ນັ້ນ ​ເນື່ອງ​​ໃນ​ໂອກາດ​ນີ້, 2 ຝ່າ​ຍຄວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ເພື່ອ​ນຳ ການ​ພົວພັນ​ຮ່ວມ​ມື ອາ​ຊຽນ-ຈີນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ