(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມໄດ້ປະກອບຄຳເຫັນຫຼາຍຢ່າງກ່ຽວກັບມາດຕາລະອຽດຄື: ຂອບເຂດ, ເປົ້າໝາຍປັບປຸງ, ອະທິບາຍຄຳສັບ, ຫຼັກການ, ລັກສະນະເປັນເອກະພາບຂອງ ຮ່າງບົດປຶກສາຫາລື ກັບກົດໝາຍສະບັບຕ່າງໆທີ່ມີສ່ວນກ່ຽວຂ້ອງ, ຄວາມສອດຄອ່ງກັບບັນດາມາດຕະກາຂອງສົນທິສັນຍາສາກົນ
ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 15 (ພາບ: quochoi.vn) |
ຕອນເຊົ້າວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ ສະພາແຫ່ງຊາດໄດ້ດຳເນີນວາລະປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການ ແລກປ່ຽນ ເອເລັກໂຕນິກ (ສະບັບປັບປຸງ). ໃນວາລະປຶກສາຫາລືມີສະມາຊິກສະພາແຫ່ງຊາດ 15 ທ່ານກ່າວຄຳເຫັນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານໄດ້ອະພິບາຍ, ເຮັດໃຫ້ແຈ້ງບາງຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກອອກມາປຶກສາຫາລື.
ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມໄດ້ປະກອບຄຳເຫັນຫຼາຍຢ່າງກ່ຽວກັບມາດຕາລະອຽດຄື: ຂອບເຂດ, ເປົ້າໝາຍປັບປຸງ, ອະທິບາຍຄຳສັບ, ຫຼັກການ, ລັກສະນະເປັນເອກະພາບຂອງ ຮ່າງບົດປຶກສາຫາລື ກັບກົດໝາຍສະບັບຕ່າງໆທີ່ມີສ່ວນກ່ຽວຂ້ອງ, ຄວາມສອດຄອ່ງກັບບັນດາມາດຕະກາຂອງສົນທິສັນຍາສາກົນ, ທາບທາມບົດຮຽນປະສົບການຂອງບັນດາປະເທດໃນການວາງອອກນະໂຍບາຍໜູນຊ່ວຍການຊຸກຍູ້ຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ພັດທະນາ ແລະນຳໃຊ້ບັນດາພື້ນຖານດີຈີຕອນ, ຄຸນຄ່າທາງດ້ານນິຕິກຳຂອງສານຂໍ້ມູນ; ມາດຕາປະຕິບັດ, ລັກສະນະເປັນໄປໄດ້ ແລະ ເງື່ອນໄຂຮັບປະກັນເພື່ອນຳກົດໝາຍເຂົ້າສູ່ຊີວິດຕົວຈິງໂດຍໄວ.
ຕອນບ່າຍວັນທີ 11 ກໍລະກົດ, ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດ ປີ 2023, ລົງປະຊາມະຕິຮັບຮອງເອົາມະຕິວ່າດ້ວຍການຈັດແບ່ງງົບປະມານສູນກາງປີ 2023, ປຶກສາຫາລືຮ່າງກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ).