(vovworld) – ການໂອ້ລົມສົນທະນາ “ພັດທະນາຂະແໜງອຸດສາຫະກຳງົວ ແລະ ນ້ຳນົມ ໃຫ້ທັນສະໄໝ, ເຊື່ອມໂຍງ ແລະ ຍືນຍົງຢູ່ຫວຽດນາມ”, ຖືກດຳເນີນໃນວັນທີ 09/11, ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາໂດຍທະນາຄານລົງທຶນ ແລະ ພັດທະນາຫວຽດນາມ, ທະນາຄານ ANZ ແລະ ສະຫະສະມາຄົມຊີ້ນ ແລະ ສັດລ້ຽງອົດສະຕາລີ ຈັດຕັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ໄດ້ເອົາໃຈໃສ່ຂະແໜງລ້ຽງສັດຕ້ອງຍູ້ແຮງມາດຕະການແກ້ໄຂພັດທະນາຂະແໜງອຸດສາຫະກຳງົວ ແລະ ນ້ຳນົມ ຕາມທິດ ຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ, ໃນນັ້ນຕ້ອງສ້າງການເຊື່ອມຕໍ່ເພື່ອໃຫ້ວິສາຫະກິດຊາວກະສິກຳລ້ຽງງົວ.
ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດໄດ້ຍົກອອກຄຳຕັກເຕືອນວ່າ ນອກຈາກດຶງດູດການລົງທຶນຈາກຕ່າງປະເທດ, ຂະແໜງລ້ຽງງົວ ແລະ ນ້ຳນົມຕ້ອງຜັນຂະຫຍາຍໂດຍສັງເຂບບັນດາມາດຕະການ ຈາກການວາງແຜນທົ່ງຫຍ້າ, ແຫຼ່ງອາຫານລ້ຽງສັດ ຕະຫຼອດຮອດບັນດາໂຮງງານປຸງແຕ່ງ, ຮັບປະກັນລະບົບມູນຄ່າຜະລິດຕະພັນ.