ພັດທະນາຕະຫຼາດຫຼັກຊັບຫວຽດນາມ ໃຫ້ບັນລຸລະດັບພາກພື້ນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຂະແໜງຫຼັກຊັບບື່ນຕົວຂຶ້ນຢ່າງແຂງແຮງກວ່າ, ນຳຕະຫຼາດຫຼັກຊັບໃຫ້ບັນລຸລະດັບສູງໂດຍໄວ

ພັດທະນາຕະຫຼາດຫຼັກຊັບຫວຽດນາມ ໃຫ້ບັນລຸລະດັບພາກພື້ນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ

(ພາບ: VGP)

ຕອນເຊົ້າວັນທີ 20 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ລັ່ນຄ້ອງທີ່ພິສີສະເຫຼີມສະຫຼອງ 20 ປີແຫ່ງການເຄື່ອນໄຫວຕະຫຼາດຫຼັກຊັບຫວຽດນາມ ແລະ ພະແນກແລກປ່ຽນຄ້າຂາຍຫຼັກຊັບນະຄອນໂຮ່ຈີມິນ - HOSE (20 ກໍລະກົດ 2000 – 20 ກໍລະກົດ 2020).

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຂະແໜງຫຼັກຊັບບື່ນຕົວຂຶ້ນຢ່າງແຂງແຮງກວ່າ, ນຳຕະຫຼາດຫຼັກຊັບໃຫ້ບັນລຸລະດັບສູງໂດຍໄວ, ມີຄຸນນະພາບ ແລະ ມີກຳລັງຄວາມສາມາດແກ່ງແຍ້ງສູງ, ບັນລຸລະດັບພາກພື້ນ ແລະ ທົ່ວໂລກ. ຜ່ານນັ້ນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍນຳຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳທັນສະໄໝ, ພັດທະນາຢ່າງວັດທະນາຖາວອນໃນຮອບເວລາ 15 – 20 ປີຈະມາເຖິງ, ວິໄສທັດຮອດປີ 2045. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.

        “ຜ່ານໄລຍະ 20 ປີແຫ່ງການພັດທະນາ ແລະ ເຕີບໃຫຍ່, ຕະຫຼາດຫຼັກຊັບຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ສ້າງໂຄງປະກອບໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ພັດທະນາຂອບຂະໜາດຢ່າງແຮງ, ຍົກຄຸນນະພາບ ແລະ ກາຍເປັນຊ່ອງລະດົມທຶນສຳຄັນໃຫ້ແກ່ພື້ນຖານເສດຖະກິດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ ແລະ ບືນຕົວຂຶ້ນເທື່ອລະກ້າວ ເພື່ອບັນລຸລະດັບພາກພື້ນ ແລະ ສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ