(VOVWORLD) -ທ່ານນາຍົກລັດຖະມົຕີ ຫວຽດນາມ ຫາກໍ່ຮັບຮອງເອົາແຜນຮ່າງພັດທະນານະຄອນ ວິງ, ແຂວງ ເງ້ອານ ກາຍເປັນສູນກາງເສດຖະກິດ, ວັດທະນາທຳ ຂອງເຂດທາງທິດເໜືອພາກກາງຮອດປີ 2023.
ມູມມອງໜຶ່ງຂອງນະຄອນວິງ (ພາບ: vinhcity.gov.vn) |
ແຜນຮ່າງວາງຄາດໝາຍລະອຽດຮອດປີ 2023, ກ່ຽວກັບການພັດທະນາດ້ານເສດຖະກິດ, ລະດັບການເຕີບໂຕມູນຄ່າເພີ່ມ(ຕາມລາຄາປຽບທຽບກັບປີ 2010) ສະເລ່ຍບັນລຸປະມານ 10-11%/ປີ ໄລຍະ 2020-2023. ກ່ຽວກັບການພັດທະນາສັງຄົມ, ສູ້ຊົນອັດຕາສ່ວນຄອບຄົວຍາກຈົນໃນບໍລິເວັນແມ່ນຫຼຸດລົງເຫຼືອພຽງ 0.25% ແລະ ຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງສຳລັບບັນດາຄອບຄົວໃກ້ທຸກຍາກ. ພ້ອມທັງ, ກໍ່ສ້າງນະຄອນ ວິງ, ເທດສະບານແຂວງ ເກື໋ອລໍ່ ກາຍເປັນສູນກາງດ້ານການຄ້າຂອງເຂດທາງທິດເໜືອພາກກາງດ້ວຍບົດບາດເປັນສະຖານທີ່ເພື່ອສົ່ງອອກນຳເຂົ້າ, ບ່ອນໂຮມສິນຄ້າ, ສົ່ງຕໍ່, ແຈກຢາຍ, ຂົນສົ່ງສິນຄ້າ ແລະ ບໍລິການ; ແມ່ນສູນກາງສົ່ງເສີມ, ແລກປ່ຽນການຄ້າ ແລະ ບັນດາບໍລິການຕ່າງໆ.
ຄ່ຽງຄູ່ກັນນັ້ນ, ກໍ່ລະດົມແຫຼ່ງກຳລັງສຸມໃສ່ການລົງທຶນກໍ່ສ້າງບັນດາກິດຈະກຳສຳຄັນ, ຈຳເປັນໃຫ້ໄດ້ຫຼາຍທີ່ສຸດ; ເພີ່ມທະວີການສົ່ງເສີ່ມ, ຮຽກຮ້ອງການລົງທຶນເຂົ້າໃນບັນດາໂຄງການການຄ້າຈຸດສຸມ.