ພັດທະນາແລວເສດຖະກິດລ້າງເຊີນ-ຮ່າໂນ້ຍ-ຫາຍຟ່ອງ-ກວາງນິງ
(ພາບ:diaoconline.vn)
|
( vovworld ) – ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮູຍຮ່ວາງໄດ້ເຊັ່ນອະນຸມັດການວາງແຜນກຳນົດພັດທະນາອຸດສາຫະກຳແລວເສດຖະກິດ ລ້າງເຊີນ-ຮ່າໂນ້ຍ-ຫາຍຟ່ອງ-ກວາງນິງ ຮອດປີ 2020, ວິໄສທັດຮອດປີ 2025. ການວາງແຜນກຳນົດນີ້ໄດ້ກຳນົດ 8 ໝວດຂະແໜງອຸດສາຫະກຳຈະພັດທະນາໃນບັນດາຂົງເຂດ ກົນຈັກ; ຫຼອມໂລຫະ, ເອເລກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ; ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສະບຽງອາຫານ ແລະ ເຄື່ອງດື່ມ; ພະລັງງານ; ເຄື່ອງຕຳແຜ່ນຕັດຫຍີບ, ເກີບໜັງ; ທາດເຄມີ; ການຜະລິດວັດສະດຸກໍ່ສ້າງ ແລະອຸດສາຫະກຳສຳຮອງ. ຕາມນັ້ນແລ້ວ, ລ້າງເຊີນ ຈະສຸມໃສ່ບັນດາຂົງເຂດຄືຂຸດຄົ້ນ, ຜະລິດຊີມັງ, ໄຟຟ້າ, ປຸງແຕ່ໄມ້, ເຄື່ອງປລາສະຕິກ ແລະ ພິເສດແມ່ນເຂດຜະລິດສົ່ງອອກຮັບໃຊ້ການກັນບູດ, ຫຸ້ມຫໍ່, ຜະລິດສິນຄ້າສົ່ງອອກ. ແຂວງບັກຢາງ ສຸມໃສ່ຂົງເຂດຜະລິດອຸດສາຫະກຳທາດເຄມີ, ຟຸ່ນ, ຂຸດຄົ້ນຖ່ານຫີນ, ຜະລິດຫົວອາຫານສັດ…. ຕາມການຄິດໄລ່ຂອງກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ເຂດເຕັກໂນໂລຊີສູງ, ເອເລກໂຕນິກ, ຄອມຟີວເຕີຈະຕັ້ງຢູ່ຮ່າໂນ້ຍ ແລະ ບັກນິງ. ເພື່ອພັດທະນາອຸດສາຫະກຳແລວເສດຖະກິດດັ່ງກ່າວ, ກະຊວງອຸດສາຫະກຳການຄ້າຫວຽດນາມ ກໍຍົກອອກບັນຊີລາຍຊື່ 55 ໂຄງການລົງທຶນຕົ້ນຕໍ; ໃນນັ້ນ ຈຳນວນໂຄງການຂອງຂະແໜງພະລັງງານກວມອັດຕາສ່ວນຫຼາຍ (ແມ່ນ 13 ໂຄງການ). ທາງກະຊວງຍັງສະເໜີໃຫ້ຄະນະກຳມະການປະຊາຊົນ 8 ແຂວງ, ນະຄອນ ອີງຕາມການວາງແຜນກຳນົດພັດທະນາອຸດສາຫະກຳແລວເວດຖະກິດ ເພື່ອສຳຫຼວດ, ດັດປັບເນື້ອໃນການວາງແຜນກຳນົດພັດທະນາອຸດສາຫະກຳໃນທ້ອງຖິ່ນໃຫ້ເໝາະສົມ.