ພັດທະນາແຫຼ່ງຊັບພະຍາກອນມະນຸດ: ປ່ຽນແປງໃໝ່ ແລະ ພັດທະນາໃນສັງກາດດີຈີຕອນ
(VOVWORLD) - ກອງປະຊຸມສໍາມະນາສາກົນ ອາຊີ ຄັ້ງທີ 18 ຂອງສະຫະສະມາຄົມພັດທະນາແຫຼ່ງຊັບພະຍາກອນມະນຸດສາກົນ (AHRD) ດ້ວຍຫົວຂໍ້ “ພັດທະນາແຫຼ່ງຊັບພະຍາກອນມະນຸດ: ປ່ຽນແປງໃໝ່ ແລະ ພັດທະນາໃນສັງກາດດີຈີຕອນ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 6 ພະຈິກ ຢູ່ຮ່າໂນ້ຍ.
ກອງປະຊຸມສໍາມະນາກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ (ພາບ: nhandan.org.vn) |
ນີ້ແມ່ນຄັ້ງທໍາອິດ ທີ່ກອງປະຊຸມສໍາມະນາກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ໄດ້ຈັດຂຶ້ນຢູ່ຫວຽດນາມ. ທີ່ກອງປະຊຸມສໍາມະນາ, ຜູ້ແທນ 120 ທ່ານ ເຊິ່ງເປັນນັກຮຽນຮູ້, ນັກວາງກໍານົດນະໂຍບາຍ, ນັກຊ່່ຽວຊານ, ນັກຄຸ້ມຄອງຊັບພະຍາກອນມະນຸດທັງຢູ່ພາຍໃນ ແລະ ສາກົນ ໄດ້ປຶກສາຫາລືກ່ຽວກັບ 10 ກຸ່ມບັນຫາທີ່ກ່ຽວຂ້ອງເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ.
ຕາມທ່ານນາງ ຫງວຽນທິກິມຟຸ້ງ, ຫົວໜ້າກົມສຶກສາຂັ້ນມະຫາວິທະຍາໄລ ສັງກັດກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ແລ້ວ, ຊ່ອງຫວ່າງກ່ຽວກັບສະມັດຕະພາບແຮງງານລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ ອາຊຽນ ແມ່ນຍັງສູງຢູ່ ແລະ 1 ໃນບັນດາສາຍເຫດກໍ່ແມ່ນຄຸນນະພາບແຫຼ່ງຊັບພະຍາກອນມະນຸດຍັງມີຂໍ້ຈໍາກັດຫຼາຍຢ່າງ. ໃນສະພາບທີ່ວິທະຍາສາດພວມກ້າວໜ້າຢ່າງໄວວາ ແລະ ການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ສົ່ງຜົນກະທົບເຖິງທຸກດ້ານຂອງຊີວິດເສດຖະກິດ-ສັງຄົມ ສະນັ້ນ ມະຫາວິທະຍາໄລແຫ່ງຕ່າງໆ ຕ້ອງປ່ຽນແປງຈີນຕະນາການໃນການກໍ່ສ້າງຢ່າງແຮງກວ່າອີກ.
ທີ່ກອງປະຊຸມສໍາມະນາ, ບັນດານັກວິທະຍາສາດ, ນັກຮຽນຮູ້ ກໍໄດ້ແບ່ງປັນບາງມາດຕະການ ເພື່ອພັດທະນາແຫຼ່ງຊັບພະຍາກອນໃນພື້ນຖານເສດຖະກິດທີ່ພວມມີການຜັນປ່ຽນ ແລະ ຂະຫຍັນຂັນເຄື່ອນຂອງຫວຽດນາມຄືໃນປັດຈຸບັນ.