(VOVWORLD) -ພັດທະນາ ສະໜາມບິນທີ່ເປັນປະຕູເຂົ້າອອກແຫ່ງຊາດ ແບບຍືນຍົງນີ້ແມ່ນຫົວຂໍ້ກອງປະຊຸມສຳມະນາເຊິ່ງໄດ້ດຳເນີນໃນວັນທີ 19 ຕຸລາ ຢູ່ ຮ່າໂນ້ຍໂດຍສະຖາບັນຄົ້ນຄ້ວາວາງແຜນ ແລະ ພັດທະນາ (PDI), ເຊິ່ງເປັນໜ່ວຍງານຂຶ້ນກັບສະຫະສະມາຄົມ ຫວຽດນາມ, ຈັດຕັ້ງຂຶ້ນ.
ກອງປະຊຸມສຳມະນາພັດທະນາ ສະໜາມບິນທີ່ເປັນປະຕູເຂົ້າອອກແຫ່ງຊາດ ແບບຍືນຍົງພັດທະນາສະໜາມບິນລອງແທັງ |
ເຫດການດຳເນີນໃນສະພາບທີ່ໂຄງການທ່າອາກາດສະຍາມ ລອງແທັງ (ສະໜາມບິນສາກົນ ລອງແທັງ) ພວມດຶງດູດຄວາມສົນໃຈຂອງທົ່ວສັງຄົມ.
ຕາມແຜນການສັງລວມ, ສະໜາມບິນລອງແທັງ ໄດ້ກໍ່ສ້າງບົນພື້ນຖານເຕັກໂນໂລຢີ 4.0 ແລະ ແມ່ນສະໜາມບິນທີ່ມີລະດັບ 4F - ລະດັບສູງທີ່ສຸດຕາມມາດຕະຖານຂອງ ອົງການການບິນພົນລະເຮືອນສາກົນ. ຖ້າຫາກວ່າ ແຜນນະໂຍບາຍນີ້ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ, ບໍລິສັດໃຫຍ່ທ່າອາກາດສະຍາມ ຫວຽດນາມຈະໄດ້ເລີ່ມລົງມືກໍ່ສ້າງສະໜາມບິນລອງແທັງໃນຕົ້ນປີ 2021.
ກອງປະຊຸມໄດ້ຊ່ວຍໃຫ້ບັນດາອົງການວາງແຜນນະໂຍບາຍຍົກອອກບັນດາການຕັດສິນທີ່ເໝາະສົມກ່ຽວກັບເລື່ອງວາງແຜນກໍ່ຄືບັນດານະໂຍບາຍລົງທຶນພັດທະນາບັນດາສະໜາມບິນ, ປະກອບສ່ວນເຂົ້າໃນການພັດທະນາ, ສັງຄົມປະເທດຊາດ.