ການນຳ ແລະ ພະນັກງານ, ພາລະກອນວິທະຍຸກະຈາຍສຽງຫວຽດນາມໃນພິທີຕັ້ງແຜ່ນສີລາຈາລຶກຮ່ອງຮອຍສະຖານວິທະຍຸກະຈາຍສຽງຫວຽດນາມໃນຖ້ຳ ຈຳ |
(vovworld)- ແຜ່ນສີລາຈາລຶກຮ່ອງຮອຍສະຖານວິທະຍຸກະຈາຍສຽງຫວຽດນາມ ຖືກຕັ້ງໃນຖ້ຳ ຈຳ , ຕາແສງ ຟຸງເຈົາ, ເມືອງ ເຈືອງມີ້, ແຂວງຮ່າໄຕເມື່ອກ່ອນ ແລະ ຮ່າໂນ້ຍໃນປະຈຸບັນ ຊຶ່ງແມ່ນສະຖານທີ່ຫຼົບໄພແຫ່ງທຳອິດຂອງ ວິທະຍຸກະຈາຍສຽງຫວຽດນາມເມື່ອຍົກຍ້າຍອອກຈາກຮ່າໂນ້ຍເພື່ອສືບຕໍ່ວຽກງານກະຈາຍສຽງໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນຊາດທີ 2 ກັນຍາ ແລະ ວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ (7/9/1945-7/9/2015) .
ແລະກໍຢູ່ຖ້ຳຈຳ, ໃນພິທີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີກຸນ 1947, ທ່ານ ປະທານໂຮ່ຈິມິນໄດ້ມາຢ້ຽມຢາມພະນັກງານ, ພາລະກອນວິທະຍຸກະຈາຍສຽງຫວຽດນາມ ແລະ ເພິ່ນໄດ້ອ່ານຈົດໝາຍອວຍພອນປີໃໝ່ຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ ຊຶ່ງແມ່ນຈົດໝາຍອວຍພອນປີໃໝ່ຖືກອອກອາກາດຄັ້ງທຳອິດຂອງເພິ່ນ. ກ່າວຄຳເຫັນທີ່ພິທີຕັ້ງແຜ່ນສີລາ, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ :
“ ໃນຈຸດເວລາທີ່ສັກກະຫຼະບູຊານີ້, ພວກເຮົາຄືຍັງຄົງໄດ້ຮັບຟັງຄຳສັ່ງສອນຂອງປະທານໂຮ່ຈິມິນທີ່ວ່າ : ວິທະຍຸກະຈາຍສຽງແຫ່ງຊາດແມ່ນເຄື່ອງມືທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານເພື່ອຊີ້ນຳ ແລະ ລະດົມໃຈປະຊາຊົນທົ່ວປະເທດ ລຸກຂຶ້ນທຳການຕໍ່ຕ້ານອັນຍຶດເຍື້ອຍາວນານ ແລະ ໄດ້ທຳລາຍຜ້າກັ້ງປົກປິດຂອງສັດຕູ ແນໃສ່ເຮັດໃຫ້ພວກເຮົາຕົກຢູ່ໂດດດຽວ. ພວກອາວອາ ຕ້ອງຮັກສາສຽງຂອງສູນກາງພັກ, ລັດຖະບານໃຫ້ໄດ້ໃນທຸກສະພາວະ. 70 ປີທີ່ຜ່ານມາ, ພະນັກງານ, ພາລະກອນລຸ່ນຕ່າງໆຂອງ VOV ຍາມໃດກໍຈົດຈຳຄຳສັ່ງສອນຂອງລຸງໂຮ່ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສົມກັບຄວາມເຊື່ອໝັ້ນຂອງພັກ ແລະ ປະທານໂຮ່ຈິມິນ ເພື່ອຮອດວັນນີ້ໄດ້ກາຍເປັນອົງການສື່ມວນຊົນຫຼາຍປະເພດທີ່ທັນສະໄໝອັນດັບໜຶ່ງຂອງປະເທດຊາດ”