(vovworld) - ວັນທີ 15/05, ຢູ່ເຂດອະນຸສອນສະຖານປະທານໂຮ່ຈິມິນ ຢູ່ບ້ານ ຊຽງວາງ, ແຂວງ ຄຳມ່ວນ, ພາກກາງລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ຈັດພິທີຖະຫວາຍທູບທຽນສະເຫຼີມສະຫຼອງ 126 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/05/1890 – 19/05/2016). ໂດຍຕາງໜ້າໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ທ່ານ ຮ່ວາງຊວນຫາຍ, ອຸປະທູດຊົ່ວຄາວ ສະຖານທູດຫວຽດນາມ ປະຈຳລາວ ເນັ້ນໜັກວ່າ, ຕອນທີ່ຍັງມີຊີວິດຢູ່, ຍາມໃດປະທານໂຮ່ຈິມິນ ກໍເອົາໃຈໃສ່ເຖິງການສ້າງສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນແບບພິເສດ, ຮ່ວມສຳພັນສູ້ຮົບລະຫວ່າງຫວຽດນາມ - ລາວ. ທ່ານ ຮ່ວາງຊວນຫາຍ ຢືນຢັນວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍາມໃດກໍສາມັກຄີ, ຮັກສາ, ເສີມຂະຫຍາຍ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ. ຕາງໜ້າໃຫ້ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ. ທ່ານເລຂາທີການໃຫຍ່ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ສະແດງຄວາມເປັນກຽດທີ່ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນ, ເຄົາລົບນັບຖື ແລະ ຂໍຂອບໃຈຢ່າງເລິກເຊິ່ງຕໍ່ປະທານໂຮ່ຈິມິນ, ເຊິ່ງເປັນເພື່ອນມິດໃຫຍ່ຂອງປະຊາຊົນລາວ, ເປັນຜູ້ກໍ່ຕັ້ງ ແລະ ເພີ່ມພູນຄຸນສ້າງໃຫ້ສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ ແລະ ຫວຽດນາມ.