ພິທີນຳສົ່ງອັດຖິທະຫານ ອາເມລິກາ ກັບຄືນບ້ານເກີດເມືອງນອນ

(VOVWORLD) -  ຕອນບ່າຍວັນທີ 16 ກໍລະກົດ, ພິທີນຳສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ ກັບຄືນບ້ານເກີດເມືອງນອນ ໄດ້ດຳເນີນຢູ່ຫ້ອງການ MIA ອາເມລິກາ ປະຈຳ ຮ່າໂນ້ຍ.
ພິທີນຳສົ່ງອັດຖິທະຫານ ອາເມລິກາ ກັບຄືນບ້ານເກີດເມືອງນອນ - ảnh 1 ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink (ພາບ: qdnd.vn)

    ທີ່ພິທີ, ຜູ້ຕາງໜ້າ ຫວຽດນາມ ໄດ້ມອບອັດຖິທະຫານໜຶ່ງຊຸດໃຫ້ຜູ້ຕາງໜ້າ ອາເມລິກາ ໂດຍທິມຂຸດຄົ້ນອັດຖິໄດ້ຄົ້ນພົບໃນບັ້ນຊອກຫາຄັ້ງທີ 139. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink ໄດ້ຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນວຽກງານ MIA ຢ່າງຄົບຖ້ວນ, ມີປະສິດທິຜົນ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຊອກຫາ, ທ້ອນໂຮມອັດຖິທະຫານ ຫວຽດນາມ ທີ່ຫາຍສາບສູນ, ເສຍສະຫຼະຊີວິດໃນປາງສົງຄາມຢູ່ ຫວຽດນາມ ກໍ່ຄືແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ