(ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ ປີ 2016)
(vovworld) - ຕອນເຊົ້າວັນທີ 12/4, ຄະນະຈັດຕັ້ງພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ ປີ 2016 ຈັດຕັ້ງພິທີບູຊາບັນພະບຸລຸດຂອງປະເທດ ລາກລອງກວນ, ຖະຫວາຍທູບທຽນອາໄລຫາເຈົ້າແມ່ ເອົາເກີ, ເຊິ່ງແມ່ນຜູ້ທີ່ໄດ້ກຳເນີດປະຊາຄົມບັນດາເຜົ່າ ຫວຽດນາມ, ແລະ ມີຄຸນງາມຄວາມດີໃນການບຸກເບີກ, ເປີດກວ້າງພົມແດນ, ສ້າງຕັ້ງປະເທດ, ຊ່ວຍປະຊາຊົນປູກເຂົ້ານາທາມ, ລ້ຽງມ້ອນ, ຕ່ຳຜ້າ, ສ້າງຊີວິດອິ່ມໜຳສຳລານ ແລະ ມີຄວາມຜາສຸກ. ນີ້ແມ່ນການເຄື່ອນໄຫວທຳອິດໃນບັນດາການເຄື່ອນໄຫວບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ ປີ 2016. ນະທີ່ນີ້, ການນຳແຂວງ ຟູ໋ທໍ້ ໄດ້ຕາງໜ້າປະຊາຊົນທົ່ວປະເທດປະຕິບັດພິທີຖະຫວາຍທູບທຽນ, ດອກໄມ້, ເຄື່ອງຂອງບູຊາບັນພະບຸລຸດຂອງປະເທດຊາດ, ສະແດງຄວາມຮູ້ບຸນຄູນອັນໃຫຍ່ຫຼວງຂອງບັນພະບຸລຸດໃນການກໍ່ຕັ້ງ, ສ້າງພື້ນຖານໃຫ້ແກ່ຊາດຫວຽດນາມ; ພ້ອມທັງພາວະນາຂໍໃຫ້ບັນພະບຸລຸດຂອງປະເທດດົນບັນດານໃຫ້ປະເທດຊາດມີຄວາມສະຫົງບປອດໄພ, ປະຊາຊົນຢູ່ເຢັນເປັນສຸກ ແລະ ມີອາຍຸຍືນ.
ແລະກໍ່ໃນຕອນເຊົ້າວັນທີ 12/4, ການນຳແຂວງ ຟູ໋ທໍ້, ພ້ອມກັບນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍໄດ້ຖະຫວາຍທູບທຽນເຈົ້າແມ່ ເອົາເກີເຊັ່ນດຽວກັນ.