ພິ​ທີ​​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ​ທົ່ວ​ໂລກ ປີ 2021 ຢູ່​ສະ​ຫະ​ພັນ​ລັດ​ເຊຍ

(VOVWORLD) -ພາຍຫຼັງພິທີກຳຖະຫວາຍເຄິ່ງບູຊາເຈົ້າຊີວິດຮຸ່ງ, ທ່ານ ເຈິ່ນຝູທ້ວນ ຮອງປະທານຜູ້ປະຈຳການສະມາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ໄດ້ກ່າວຄຳເຫັນເນັ້ນໜັກວ່າ ຈິດໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ ແລະ ເຫດການວັດທະນະທຳນີ້ ມີຄວາມໝາຍຢ່າງຍິ່ງ ເພື່ອສະໜິດຕິດພັນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຊີດຊູຄຸນຄ່າຫວຽດ.
ພິ​ທີ​​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ​ທົ່ວ​ໂລກ ປີ 2021 ຢູ່​ສະ​ຫະ​ພັນ​ລັດ​ເຊຍ - ảnh 1ປະຊາຄົມຊາວຫວຽດນາມ ອາໄສຢູ່ Saint Petersburg (ພາບ: VOVMoscow)

ວັນທີ 21 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ພິທີບູຊາ ເຈົ້າຊີວິດຮຸ່ງທົ່ວໂລກ ປີ 2021 ໄດ້ດຳເນີນຢູ່ ນະຄອນ Saint Petersburg, ສະຫະພັນ ລັດເຊຍ. ນອກຈາກ Saint Petersburg, ລາຍການຍັງໄດ້ເຊື່ອມຕໍ່ທາງອອນລາຍກັບບັນດາສະຖານທີ່ຖ່າຍທອດສົດຜ່ານລະບົບສື່ມວນຊົນ ຂອງວັນບູຊາບັນພະບຸລຸດເຈົ້າຊີວິດ ຮຸ່ງ ຫວຽດນາມໃນທົ່ວໂລກ.        ພາຍຫຼັງພິທີກຳຖະຫວາຍເຄິ່ງບູຊາເຈົ້າຊີວິດຮຸ່ງ, ທ່ານ ເຈິ່ນຝູທ້ວນ ຮອງປະທານຜູ້ປະຈຳການສະມາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ໄດ້ກ່າວຄຳເຫັນເນັ້ນໜັກວ່າ ຈິດໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ ແລະ ເຫດການວັດທະນະທຳນີ້ ມີຄວາມໝາຍຢ່າງຍິ່ງ ເພື່ອສະໜິດຕິດພັນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຊີດຊູຄຸນຄ່າຫວຽດ.

        ກ່ອນໜ້ານັ້ນ ໃນວັນດຽວກັນ, ຢູ່ສະຖາບັນໂຮ່ຈີມິນ ສັງກັດ ມະຫາວິທະຍາໄລສັງລວມ ແຫ່ງຊາດ Saint Petersburg ກໍ່ໄດ້ຈັດກອງປະຊຸມສຳມະນາ “ຄົ້ນຄ້ວາຜົນສະທ້ອນຂອງ ຍຸກສະໄໝເຈົ້າຊີວິດຮຸ່ງຕໍ່ປະຫວັດສາດ ຫວຽດນາມ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນການຕີລາຄາຕໍ່ບົດບາດຂອງຄວາມເຊື່ອຖືສາສະໜາ ບູຊາເຈົ້າຊີວິດຮຸ່ງ ສຳລັບການພັດທະນາສີສັນຊາດ ຫວຽດນາມ, ສະແດງຄວາມປະທັບໃຈຕໍ່ວັດທະນະທຳທີ່ມີມາແຕ່ດົນນານຂອງ ຫວຽດນາມ, ສະແດງຄວາມເຄົາລົບຕໍ່ຈິດໃຈຂອງ ຊາວຫວຽດນາມໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກໍ່ຄືຮັກສາ ແລະ ພັດທະນາວັດທະນະທຳຊາດ.

ແອັງຕູ໊ - ວັດເທື່ອງ / ນັກຂ່າວ VOV ປະຈຳ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ