ພິທີປຸກລະດົມ“ຮ່ວມແຮງ ຮ່ວມໃຈເພື່ອກຳລັງ ຮ່າງກາຍຊາວຫວຽດນາມ“
(ພາບ: vov.vn)
(vovworld)- ຕອນບ່າຍວັນທີ 15/12, ຢູ່ຮ່າໂນ້ຍ, ໄດ້ຈັດການປະຊຸມຂ່າວກ່ຽວກັບພິທີປຸກລະດົມ “ຮ່ວມແຮງຮ່ວມໃຈເພື່ອກຳລັງຮ່າງກາຍຊາວຫວຽດນາມ“ ແລະ ມອບຂອງຂວັນໃຫ້ການແຂ່ງຂັນອອກແບບສັນຍາລັກ (ໂລໂກ), ຄຳຂວັນ ແລະ ບົດເພງໃຫ້ແກ່ແຜນຮ່າງ 641. ແຜນຮ່າງ 641 ກ່ຽວກັບການຍົກສູງກຳລັງຮ່າງກາຍຂອງຊາວຫວຽດນາມ ໄລຍະ 2011-2030 ໂດຍທ່ານນາຍົກລັດຖະມົນຕີປະກາດໃຊ້ນັບແຕ່ເດືອນ 4/2014 ດ້ວຍຈຸດໝາຍເພື່ອແນໃສ່ພັດທະນາກຳລັງຮ່າງກາຍຂອງຊາວຫວຽດນາມ ໃນ 20 ປີຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານເລີມກວາງແທ່ງ ຮອງຫົວໜ້າກົມໃຫ່ຍກິລາກາຍະກຳ, ຜູ້ອຳນວຍການຫ້ອງການປະສານງານແຜນຮ່າງ 641 ໃຫ້ຮູ້ວ່າ:
“ໂຄງການທີ 1 ແມ່ນການຄົ້ນຄ້ວາວິທະຍາສາດໂດຍກະຊວງສາທາລະນະສຸກດຳເນີນ. ໂຄງການທີ 2 ແມ່ນດ້ານໂພສະນາການ ກ່ຽວຂ້ອງເຖິງການນຳໂພສະນາການເຂົ້າໂຮງຮຽນຂອງກະຊວງສາທາລະນະສຸກ, ໃນນັ້ນມີຫຼາຍລາຍການປະສົມກັນຄື: ລາຍການແຈກຢານນ້ຳນົມໃນໂຮງຮຽນ, ສົ່ງເສີມສຸຂະພາບຜູ້ເປັນແມ່, ສົ່ງເສີມສຸຂະພາບຈະເລີນພັນ…ໂຄງການທີ 3 ແມ່ນຄົ້ນຄ້ວາເພື່ອນຳບັນດາເນື້ອໃນການສຶກສາສຸຂະພາບ ຮ່າງກ່າຍ, ບັນດາປະເພດກິລາ, ສິ່ງທີ່ຈຳເປັນສຳລັບໂຮງຮຽນຕ່າງໆເຂົ້າໃນຫຼັກສູດ, ພວກຂ້າພະເຈົ້າກໍ່ໄດ້ຜັນຂະຫຍາຍຢູ່ທ້ອງຖິ່ນຕ່າງໆແລ້ວ. ໂຄງການທີ 4 ແມ່ນປະຕິບັດວຽກງານຍົກສູງກຳລັງຮ່າງກາຍຊາວຫວຽດນາມ ເປັນວຽກງານຂອງສັງຄົມ“./.