(vovworld) - ຕອນເຊົ້າວັນທີ 23/02 ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ (PCI) ປີ 2011. ນັບແຕ່ປີ 2005 ເປັນຕົ້ນໄປ, PCI ແມ່ນການສຳຫລວດປະຈຳປີຢ່າງຮອບດ້ານທີ່ສຸດກ່ຽວກັບວິສາຫະກິດພາຍໃນປະເທດ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂັ້ນແຂວງຢູ່ ຫວຽດນາມ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ VCCI ແລະ ໂຄງການຂໍ້ລິເລີ່ມແກ້ງແຍ້ງຫວຽດນາມ ຂອງ USAID ໂດຍມີການຫນູນຊ່ວຍຂອງອົງການພັດທະນາສາກົນ ອາມລິກາ USAID ໂດຍສ້າງຂຶ້ນ ແລະ ປະຕິບັດຈາກ. PCI 2011 ສຳຫລວດວິສາຫະກິດ ຫວຽດນາມ ເກືອບ 7000 ແຫ່ງ ຢູ່ທັງ 63 ແຂວງ ແລະ ນະຄອນ. ທ່ານ Francis Donovan ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ປະຈຳຫວຽດນາມ ໃຫ້ຮູ້ວ່າ: “PCI ແມ່ນຂໍ້ລິເລີ່ມໂດຍ ອົງການພັດທະນາສາກົນ ອາເມລິກາ ແລະ ຫ້ອງການການຄ້າ ອຸດສາຫະກຳຫວຽດນາມປະຕິບັດ.ຈຸດປະສົງຂອງພວກຂ້າພະເຈົ້າແມ່ນຢາກຊ່ວຍໃຫ້ບັນດາແຂວງຕີລາຄາຈຸດເດ່ັ່ນ, ຈຸດອ່ອນ ກໍຄືກາລະໂອກາດ ສິ່ງທ້າທາຍ, ຜ່ານນັ້ນ ສາມາດວາງອອກບັນດານະໂຍບາຍເໝາະສົມໃຫ້ແກ່ການດຶງດຸູດການລົງທຶນ, ສ້າງວຽກເຮັດງານທຳກໍຄືການເຕີບໂຕແບບຍືນຍົງ.”
ພາບປະກອບ (ຈາກ internet)
|
ຕາມໝາກຜົນແຫ່ງການປະກາດ PCI ຂັ້ນແຂວງໃນວັນທີ 23/2, ພາກເຫນືອ ມີແຂວງ ລ່າວກາຍ ແລະ ບັກນີນ, ພາກໃຕ້ມີແຂວງ ລອງອານ ຊຶ່ງແມ່ນບັນດາແຂວງເປັນຄັ້ງທຳອິດທີ່ນຳຫນ້າໃນຕາຕະລາງຈັດອັນດັບ. ແລະສອງແຂວງອື່ນຄື: ບີ່ນເຟືອກ ແລະ ຮ່າຕີ້ງ ກໍມີຜົນງານດີເດັ່ນ ແລະຖືກຈັດເຂົ້າຫນ່ວຍ 10 ແຂວງນຳຫນ້າ PCI ປີນີ້. ທ່ານ ຫວໍຮົ່ງກື້ ປະທານຄະນະກຳມະການ ປຊຊ ແຂວງ ຮ່າຕີ້ງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເພາະວ່າ ແຂວງ ຮ່າຕິ້ງຖືກຈັດເຂົ້າໃນຈຳນວນ 10 ແຂວງທີ່ມີ ນຳຫນ້າ PCI. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນການຕີລາຄາຢ່າງພາວະວິໄສ, ເຂັ້ມງວດ ແລະ ກໍແມ່ນການວັດແທກຂອງວິວັດການສູ້ຊົນຢ່າງຕັ້ງໝັ້ນ ແລະ ບໍ່ຮູ້ອິດຮູ້ເມື່ອຍຂອງທັງລະບົບການເມືອງ, ຂອງອົງຄະນະພັກ ແຂວງ ຮ່າຕິ້ງ. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດດີເພື່ອໃຫ້ແຂວງ ສືບຕໍ່ດຶງດຸດການລົງທຶນ ແລະ ພັດທະນາບັນດາຮູບການວິສາຫະກິດ, ພາກສ່ວນເສດຖະກິດ.”