ພິທີປະກາດປື້ມປົກຂາວ ແລະ ສັງລວມກ່ຽວກັບສັນຍາການຄ້າເສລີ ຫວຽດນາມ - ອີຢູ ປີ 2018

(VOVWORLD) - 30 ປີ FDI 20 ປີແຫ່ງວັນສ້າງຕັ້ງ EuroCham, 10 ປີແຫ່ງການເປີດຕົວປື້ມປົກຂາວສະບັບທຳອິດ”
ພິທີປະກາດປື້ມປົກຂາວ ແລະ ສັງລວມກ່ຽວກັບສັນຍາການຄ້າເສລີ ຫວຽດນາມ - ອີຢູ ປີ 2018 - ảnh 1ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (Eurocham) ໄດ້ປະກາດສື່ສິ່ງພິມທີ 10 ຂອງປື້ມປົກຂາວ

ວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (Eurocham) ໄດ້ປະກາດສື່ສິ່ງພິມທີ 10 ຂອງປື້ມປົກຂາວ ແລະ ຈັດຕັ້ງເຫດການ “ແງ່ຫວັງ EVFTA 2018: 30 ປີ FDI 20 ປີແຫ່ງວັນສ້າງຕັ້ງ EuroCham, 10 ປີແຫ່ງການເປີດຕົວປື້ມປົກຂາວສະບັບທຳອິດ”. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ເຂົ້າຮ່ວມລາຍການ.

        ກ່າວຄຳເຫັນໄຂພິທີ,ທ່ານ Gellert Horvath, ປະທານຮ່ວມ EuroCham ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ: ປີ 2018 ແມ່ນປີສຳຄັນສຳລັບ EuroCham, ເອີລົບ ແລະ ຫວຽດນາມ ດ້ວຍເຫດການສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ຈະໄດ້ຮັບການລົງນາມ ແລະ ປະຕິບັດ:

        “EVFTA ບໍ່ພຽງແຕ່ແມ່ນສັນຍາເພື່ອຊຸກຍູ້ການເຕີບໂຕພັດທະນາຂອງ ຫວຽດນາມ, ບັນດາຂະແໜງອຸດສາຫະກຳ, ບັນດາຂະແໜງອາຊີບຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນອີກດ້ວຍ, ພິເສດແມ່ນກະແສພາສີອາກອນ, ເລື່ອງຍົກສູງການປັບປຸງຄຸນນະພາບກໍ່ຄືມາດຖານກ່ຽວກັບຄວາມປອດໄພໃຫ້ແກ່ສິນຄ້າສົ່ງອອກໄປຍັງ EU. ນີ້ບໍ່ພຽງແຕ່ແມ່ນຜົນປະໂຫຍດນຳມາໃຫ້ວິສາຫະກິດເທົ່ານັ້ນ ຫາກຍັງນຳມາເຊິ່ງສະຫວັດດີການ, ຄວາມວັດທະນາຖາວອນ, ເງື່ອນໄຂການດຳລົງຊີວິດໃຫ້ແກ່ປະຊາຊົນ ຫວຽດນາມອີກດ້ວຍ.”

        ໂດຍຕາງໜ້າໃຫ້ລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕີລາຄາສູງບັນດາການປະກອບສ່ວນຂອງ EuroCham ໃນການຊ່ວຍເຫຼືອ ຫວຽດນາມ ສ້າງສະພາບແວດລ້ອມ, ລະບອບລະບຽບການໃຫ້ນັບມື້ນັບໃກ້ຊິດກັບມາດຖານສາກົນກ່ວາ. ເມື່ອເຕື້ອງເຖິງສັນຍາ EVFTA, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ:

        “ລັດຖະບານ 2 ຝ່າຍ ແລະ ບັນດານັກເຈລະຈາໄດ້ປະຕິບັດທຸກສິ່ງທຸກຢ່າງເພື່ອສ້າງສັນຍາ EVFTA ຮອບດ້ານ ແລະ ມີຄຸນນະພາບສູງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງວິສາຫະກິດ 2 ຝ່າຍ. ຍ້ອນເຫດນັ້ນ, ຂ້າພະເຈົ້າຫວັງວ່າ, ໄລຍະຈະມາເຖິງ, ພວກເພື່ອນຈະຕັ້ງໜ້າເຂົ້າຮ່ວມວິວັດທະນາການໃຫ້ສັດຕະຍາບັນສັນຍາສະບັບນີ້ທີ່ສະຫະພາບເອີລົບ ເພື່ອປະກອບສ່ວນຳສັນຍາເຂົ້າໃນການປະຕິບັດຍິ່ງໄວກໍ່ຍິ່ງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ