ພິທີປະກາດວັນກົດໝາຍປະເທດ ສ.ສ ຫວຽດນາມ

ພິທີປະກາດວັນກົດໝາຍປະເທດ ສ.ສ ຫວຽດນາມ      - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ
ທີ່ພິທີ​ປະກາດວັນກົດໝາຍປະເທດ ສ.ສ ຫວຽດນາມ
(ພາບ: TTXVN)

(vovworld)- ພິທີ​ປະກາດວັນກົດໝາຍປະເທດ ສ.ສ ຫວຽດນາມ ໄດ້ຖືກກະຊວງ ຍຸຕິທຳ ແລະ ສະພາສົມທົບວຽກງານເຜີຍແຜ່, ສຶກສາອົບຮົມກົດໝາຍສູນກາງ ຈັດຂຶ້ນໃນວັນທີ 8/11 ຢູ່ຮ່າໂນ້ຍ.​ທີ່ພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງໄດ້ປະກາດ ວັນທີ 9/11 ໃນແຕ່ລະປີແມ່ນວັນ ກົດໝາຍປະເທດ ສ.ສ ຫວຽດນາມ. ທ່ານເນັ້ນໜັກວ່າ ວັນກົດໝາຍປະເທດ ສ.ສ ຫວຽດນາມ ຈະກາຍເປັນເຫດການການເມືອງ, ກົດໝາຍປະຈຳປີຂອງທົ່ວ ປະເທດ​ແນ​​ໃສ່ ​ເຊີດ​ຊູ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ກ່າວ​ວ່າ :

   “ ​ເລື່ອງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ ກົດໝາຍເຜີຍແຜ່, ສຶກສາອົບຮົມ ກົດໝາຍ, ​ໃນ​ນັ້ນ​ກຳນົດ ວັນທີ 9/11 ໃນແຕ່ລະປີແມ່ນວັນ ກົດໝາຍປະເທດ ສ.ສ ຫວຽດນາມ ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ໃຈ​ແກ່​ປະຊາຊົນ​ຫວຽດນາມ​ທັງ​ປວງ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ເຄົາລົບກົດໝາຍ, ມີ​ຄວາມ​ຕື່ນ​ຕົວ​ປະຕິບັດ ​ແລະ ​ເຂົ້າ​ຮ່ວມ​ປ້ອງ​ປ້ອງ ລັດຖະທຳ​ມະນູນ ​ແລະ ກົດໝາຍ ”

    ​ເພື່ອ​ປະ​ຕິ​ບັດວັນກົດໝາຍຫວຽດນາມ​ໃຫ້​ເປັນ​ຢ່າງ​ດີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ຊີ້​ແຈ້ງວ່າ: 

    “ ວັນກົດໝາຍ ຫວຽດນາມ ຕ້ອງ​ຖືກ​ຈັດ​ຕັ້ງ​ຢ່າງ​ແທດ​ຈິງ, ສອດຄ່ອງ​ໃນ​ແຕ່ລະ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສົງ​ຄົມ​ຢ່າງ​ຕັ້ງໜ້າ,​ ຮັບ​ໃຊ້​ຄວາມ​ຮຽກຮ້ອງຕ້ອງການດ້ານ​ກົດໝາຍ​ຂອງ​ບັນດາ​ອົງການ​ສ່ວນ​ບຸກຄົນ. ສືບ​ຕໍ່​ສ້າງລະບົບ​ກົດໝາຍ​ກ່ຽວກັບ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ບັນດາ​ລະບອບ​ບັນຍັດ​ໃນ​ລະບົບ​ການ​ໃຫ້​ສົມບູນ​ແບບ ​ແລະ ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ ຂອງ​ປະຊາຊົນ, ມາ​ຈາກ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ສືບ​ຕໍ່​ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມບູບ​ແບບ ​ເພື່ອ​ຮັບປະກັນ​ສິດທິ​ມະນຸດ, ສິດ​ເສລີ, ປະຊາທິປະ​ໄຕ​ຂອງ​ປະຊາຊົນ ” .

ຂ່າວ/ບົດ​ອື່ນ