(vovworld) - ຕອນເຊົ້າວັນທີ 17/7, ຢູ່ຕາແສງ ມີຮ່ວາຮຶງ, ນະຄອນ ລອງຊວຽນ, ແຂວງ ອານຢາງ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບເລື່ອງຈັດອັນດັບເຂດອະນຸສະຖານປະທານ ປະເທດ Ton Duc Thang ແມ່ນປູຊະນີຍະສະຖານລະດັບຊາດພິເສດ. ກ່າວຄວາມເຫັນນະພິທີ, ທ່ານປະທານປະເທດ Truong Tan Sang ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ອານຢາງ ທີ່ໄດ້ອຸທິດສ່ວນຢ່າງໃຫຍ່ຫຼວງໃນການກໍ່ສ້າງ, ບຸລະນະ ແລະ ຮັກສາເຂດອະນຸສະຖານໃຫ້ນັບມື້ນັບສວຍງາມ. ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ:
”ໃນຖານະແມ່ນຜູ້ນຳປະເທດ, ທ່ານປະທານປະເທດ Ton Duc Thang ໄດ້ພ້ອມກັບທົ່ວພັກ, ທົ່ວປວງຊົນ, ນຳການຕໍ່ສູ້ກູ້ຊາດໄປເຖິງໄຊຊະນະຢ່າງສົມບຸນ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ຊີວິດ ແລະ ພາລະກິດຂອງເພິ່ນແມ່ນແບບຢ່າງທີ່ດີເດັ່ນຂອງນັກຮົບກອມມູນິດ, ແມ່ນແບບຢ່າງໃຫ້ນະໂຍບາຍແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ”.