ພິທີມອບລາງວັນສື່ມວນຊົນ70ປີສະພາແຫ່ງຊາດຫວຽດນາມ
ຫໍສະພາແຫ່ງຊາດ ຫວຽດນາມ
(ພາບ: TTXVN)
(vovworld) – ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນ 70 ປີ ແຫ່ງວັນສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນໄປໃນຕອນຄ່ຳວັນທີ 28/12 ຢູ່ຮ່າໂນ້ຍ. ມີບົດປະພັນທີ່ດີເດັ່ນ 34 ບົດໃນຈຳນວນ 396 ບົດປະພັນທີ່ເຂົ້າຮ່ວມການເສັງ ຈະໄດ້ຮັບການເຊີດຊູໃນພິທີມອບລາງວັນ, ໃນນັ້ນລາງວັນ A ມີ 4 ລາງວັນ, ລາງວັນ B ມີ 8 ລາງວັນ ແລະ ລາງວັນ C ມີ 10 ລາງວັນ. ລາງວັນສື່ມວນຊົນ “70 ປີ ສະພາແຫ່ງຊາດ ຫວຽດນາມ” ໂດຍຫ້ອງວ່າການສະພາແຫ່ງຊາດສົມທົບກັບ ສະມາຄົມນັກຂ່າວ ຫວຽດນາມ ຈັດຕັ້ງ. ລາງວັນສື່ມວນຊົນ “ 70 ປີ ສະພາແຫ່ງຊາດ ຫວຽດນາມ” ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອແນໃສ່ຮັບຮູ້, ລະດົມກຳລັງໃຈ, ຍ້ອງຍໍບັນດານັກຂ່າວ, ບັນນາທິການ, ເພື່ອນຮ່ວມງານ ຂອງບັນດາອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນ ມີບົດປະພັນທີ່ມີຄຸນນະພາບດີ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ. ໂດຍຜ່ານບັນດາບົດປະພັນດັ່ງກ່າວ ໄດ້ປະກອບສ່ວນຢັ້ງຢືນຜົນງານ ແລະ ຖອດຖອນບັນດາບົດຮຽນ ເຊິ່ງສະພາແຫ່ງຊາດ ຫວຽດນາມ ບັນລຸໄດ້ໃນ 70 ປີຜ່ານມາ; ຕໍ່ຈາກນັ້ນ ໄດ້ຢືນຢັນທີ່ຕັ້ງ, ພາລະບົດບາດຂອງສະພາແຫ່ງຊາດ ເປັນອົງການຜູ້ແທນສູງສຸດຂອງປະຊາຊົນ; ອົງການມີສິດອຳນາດແຫ່ງລັດສູງສຸດຂອງປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.