ພິທີມອບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຊີ
ຫວຽດນາມ ປີ 2012
ພາບ:internet
|
(vovworld) - ຕອນເຊົ້າວັນທີ 23/3 ຢູ່ ຮ່າໂນ້ຍ ໄດ້ໄຂພິທີມອບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2012 (Vifotec) ແລະ ລາງວັນ WIPO ປີ 2012 ໂດຍສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແຫນງການຈັດຕັ້ງຂຶ້ນ. ມີ 41 ນັກປະສິດສ້າງ ແລະ ຫນ່ວຍປະດິດສ້າງ ໄດ້ຮັບການເຊີດຊູ ແລະ ຮັບລາງວັນໃນຄັ້ງນີ້. ແລະກໍໃນໂອກາດນີ້, ອົງການຊັບສິນທາງປັນຍາໂລກ (WIPO) ມອບ 3 ລາງວັນ WIPO ໃຫ້ແກ່ວິສາຫະກິດດີເດັ່ນໃນການນຳໃຊ້ລະບົບຊັບສິນທາງປັນຍາເຂົ້າໃນການຜະລິດດຳເນີນທຸລະກິດ, ກິດຈະກຳດີເດັ່ນ ແລະ ນັກປະດິດສ້າງຍິງດີເດັ່ນ. ກ່າວຄຳເຫັນນະພິທີ, ທ່ານ ດີນເທຮີງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ເນັ້ນຫນັກວ່າ:
“ຜ່ານການຈັດຕັ້ງມອບລາງວັນເປັນ 18 ຄັ້ງແລ້ວ, ບັນດາກິດຈະກຳຍາດໄດ້ລາງວັນນັ້ນ ໄດ້ປະກອບສ່ວນແກ້ໄຂຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນຂອງຊີວິດ, ການຜະລິດ, ຢືນຢັນຄວາມເກັ່ງກ້າສາມາດ, ຫົວຄິດປະດິດສ້າງຂອງບັນດານັກວິທະຍາສາດ, ເຕັກໂນໂລຊີຂອງຫວຽດນາມ. ຂ້າພະເຈົ້າຕີລາຄາສູງລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຊີ ພ້ອມທັງສະເຫນີຄວນເອົາໃຈໃສ່, ສົ່ງເສີມບັນດານັກວິທະຍາສາດຊອກຮູ້, ມີຫົວຄິດປະດິດສ້າງຫລາຍຢ່າງກ່ຽວກັບບັນດາກິດຈະກຳທີ່ມີລັກນະນະໝູນໃຊ້ສູງ ແລະ ສາມາດແກ້ງແຍ້ງກັບຕະຫລາດພາກພື້ນ ແລະໂລກ.”