ວັນທີ 28/12 ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມອບຫຼຽນໄຊ ໂຮ່ຈີມິນໃຫ້ແກ່ ພະມະຫາອາຈານ ຖີກຈິ໋ຕິງ, ປະທານສະພາບໍລິຫານ ສະມາຄົມພຸດທະສາສະໜາຫວຽດນາມ ຍ້ອນບັນດາຄຸນງາມຄວາມດີອັນໃຫຍ່ຫລວງ, ມີຜົນງານທີ່ດີເດັ່ນ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ໄປຢ້ຽມຢາມ ແລະ ມອບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ພະມະຫາອາຈານ ຖີກມິນເຈົາ, ຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ ສະມາຄົມພຸດທະສາສະໜາຫວຽດນາມ, ພິເສດແມ່ນໃນວຽກງານສຶກສາ, ບຳລຸງສ້າງສົງທີ່ມີຄວາມສາມາດ, ເຂົ້າຮ່ວມບັນດາຂະບວນການຂອງ ພຸດທະສາສະໜາ ເພື່ອສັນຕິພາບ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ເນື່ອງໃນໂອກາດປີໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນໄດ້ອວຍພອນສຸຂະພາບພະມະຫາອາຈານ ແລະ ຝາກຄຳອວຍພອນປີໃໝ່ມາຍັງພະສົງສາມະເນນພາຍໃນ ແລະ ຕ່າງປະເທດ.
“ຂໍໃຫ້ພະມະຫາອາຈານມີສຸຂະພາບແຂງແຮງ, ສືບຕໍ່ນຳພາສະມາຄົມພຸດທະສາສະໜາ ຫວຽດນາມ ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດ. ອວຍພອນໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງໃນວຽກງານ ພຸດທະສາສະໜາ ເພື່ອເສີມຂະຫຍາຍບັນດາຄູນຄ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເພື່ອຮັບໃຊ້ປະເທດຊາດ”