ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງVOVແລະສຳນັກຂ່າວສານJiJiຂອງຍີ່ປຸ່ນ


(vovworld)-​​ ຕອນ​ເຊົ້າ​ວັນ​ທີ 20/6, ຢູ່​ສູນ​ກະຈາຍສຽງ ​ເລກທີ 58 ກວານ​ຊື ຮ່າ​ໂນ້ຍ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ຫງວຽນ​ດັງ​ຕຽນ ​ໄດ້​ຕ້ອນຮັບ​ຄະນະ​ການ​ນຳ​ຂັ້ນ​ສູງ​ສຳນັກ​ຂ່າວສານ JiJi Press ຂອງ ຍີ່​ປຸ່ນ ​ໂດຍ​ທ່ານ Sadafumi Tani ຜູ້ອຳນວຍການ​ບໍລິຫານນຳ​ຫນ້າ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ VOV ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ດັງ​ຕຽນ, ຜູ້ອຳ​ນວຍ​ການ​ໃຫຍ່ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ຊີ້​ແຈງ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ນິຍົມ​ນັບຖື​ປະ​ເທດ​ຍີ່​ປຸ່ນ ​ແລະ ສຳນັກ​ຂ່າວສານ JiJi Press ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ. ພິ​ເສດ ລັດຖະບານ ຍີ່​ປຸ່ນ ​ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສະຫນັບສະຫນູນ​ລັດຖະບານ​ຫວຽດນາມ. ນີ້​ກໍ​ແມ່ນ​ຈຸດ​ເວລາ​ເໝາະ​ສົມ​ເພື່ອ​ໃຫ້ VOV ​ແລະ JiJi Press ຮ່ວມ​ມື​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສາ​ນທີ່​ຈຳ​ເປັນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ”

ທ່ານ Sadafumi Tani ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ການ​ຮ່ວມ​ມື​ຂອງ VOV, ​ໄລຍະ​ຈະ​ມາ​ເຖິງ ຈຳນວນ​ຂ່າວ, ບົດ​ຂອງ​ສຳນັກ​ຂ່າວສານ JiJi Press ຈະ​ອຸດົມສົມບູນ​ກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ