ພິທີລົງມືກໍ່ສ້າງກິດຈະກຳສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກວາງນາມ
(ພິທີລົງມືກໍ່ສ້າງກິດຈະກຳສະເຫຼີມສະຫຼອງ 40 ປີ
ແຫ່ງວັນປົດປ່ອຍແຂວງກວາງນາມ)
(vovworld) – ພິທີລົງມືກໍ່ສ້າງກິດຈະກຳສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກວາງນາມ, ນັ້ນແມ່ນບັນດາກິດຈະກຳກໍ່ສ້າງຂົວຢາວທຸຍ ແລະ ໂຄງການເຂດອຸດສາຫະກຳປະສົມ, ເສັ້ນຝ້າຍ, ຕໍ່າແຜ່ນ, ຍ້ອມສີ, ຕັດຫຍິບ ເກວ້ເຊີນ, ໂດຍກຸ່ມບໍລິສັດຕໍ່າແຜ່ນຕັດຫຍິບຫວຽດນາມ ເປັນເຈົ້າຂອງລົງທຶນ. ກິດຈະກຳຂົວຢາວທຸຍເຊື່ອມຕໍ່ 4 ເມືອງຄື: ເມືອງນົງເຊີນ, ເມືອງເກວ້ເຊີນ, ເມືອງຢຸຍຊວຽນ ແລະ ເມືອງດ້າຍລົກ, ແຂວງກວາງນາມ, ຕອບສະໜອງຄວາມຕ້ອງການໄປ-ມາ, ຮັບໃຊ້ວຽກງານກູ້ໄພກູ້ຊີບ. ຂົວມີມີຄວາມຍາວກວ່າ 1 km, ລວມຍອດມູນຄ່າການກໍ່ສ້າງທັງໝົດແມ່ນ 820 ກວ່າຕື້ດົງ. ໂຄງການເຂດອຸດສາຫະກຳປະສົມເສັ້ນ, ຝ້າຍຕໍ່າແຜ່ນ, ຍ້ອມສີ, ຕັດຫຍິບ ເກວ້ເຊີນ, ຢູ່ຕາແສງ ເຮືອງອານ, ເມືອງເກວ້ເຊີນມີຍອດມູນຈຳນວນທຶນແມ່ນ 1.200 ກວ່າຕື້ດົງ, ໃນເນື້ອທີ່ກວ່າ 10 ເຮັກຕາ. ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງກິດຈະກຳ ທີ່ດຳເນີນໄປໃນຕອນເຊົ້າວັນທີ 25/3, ຢູ່ແຂວງກວາງນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ນັກລົງທຶນຍູ້ໄວຄວາມຄືບໜ້າກໍ່ສ້າງໂຄງການ, ດຶງດູດຄົນງານພາຍໃນທ້ອງຖິ່ນ ແລະ ແກ້ໄຂບັນດາບັນຫາກ່ຽວກັບສະພາບແວດລ້ອມ, ບໍ່ສົ່ງຜົນສະທ້ອນເຖິງການດຳລົງຊີວິດຂອງປະຊາຊົນຢູ່ເຂດໂຄງການ.