ທ່ານຮອງນາຍົກລັດຖະມົນ Nguyen Xuan Phuc ມອບຫລຽນກາທີ່
ລະນຶກໃຫ້ແກ່ການນຳສະຫະກອນອາຊີບຫາປາໂລກ
ພາບ:vietnamplus.vn |
(vovworld) - ຕອນບ່າຍວັນທີ 15/6 ຢູ່ ນະຄອນ ດາຫນັງ, ສະຫະພັນສະຫະກອນສາກົນ, ສະຫະພັນສະຫະກອນ ຫວຽດນາມ ແລະ ອົງການສະຫະກອນອາຊີບຫາປາສາກົນ ໄດ້ຈັດຕັ້ງພິທີລະນຶກວັນສະຫະກອນອາຊີບຫາປາຄັ້ງທີ 2. ກ່າວຄຳເຫັນໄຂພິທີລະນຶກ, ທ່ານ Lee Jong Koo ປະທານສະຫະກອນອາຊີບຫາປາສາກົນຊີ້ແຈງວ່າ: ປະຈຸບັນ ຂະແຫນງສິນໃນນ້ຳພວມຖືກປະເຊີນຫນ້າກັບສະພາບມົນລະພິດແຫລ່ງນ້ຳ, ລາຄານ້ຳມັນເພີ່ມຂຶ້ນສູງ, ແຫລ່ງຊັບພະຍາກອນທຳມະຊາດຫລຸດລົງຢ່າງວ່ອງໄວ. ສະນັ້ນ ບັນດາສະຫະກອນຄວນຮ່ວມມືນຳກັນກວ່າອີກ ດ້ວຍການແບ່ງປັນບົດຮຽນ, ຄວາມຮູ້ເພື່ອຜ່ານຜ່າສິ່ງທ້າທາຍ. ທີ່ພິທີ ທ່ານຮອງນາຍົກລັດຖະມົນ Nguyen Xuan Phuc ໄດ້ຢືນຢັນວ່າ: ການຂຸດຄົ້ນລ້ຽງປູກສິນໃນນ້ຳໄດ້ຖືກກຳນົດວ່າ ແມ່ນຂະແຫນງເສດຖະກິດສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດ. ຂະແຫນງສິນໃນນ້ຳ ຫວຽດນາມ ໄດ້ເຂົ້າຮ່ວມກຸ່ມ 20 ປະເທດໃນໂລກທີ່ມີປະລິມານຂຸດຄົ້ນສິນໃນນ້ຳຫລາຍກວ່າໝູ່ ແລະ ຢືນອັນດັບທີ 6 ກ່ຽວກັບການສົ່ງອອກສິນໃນນ້ຳ, ປະກອບສ່ວນລົບລ້າງຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ແກ່ຊາວປະມົງນັບລ້ານຄົນ. ການພັດທະນາສິນໃນນ້ຳຂອງຫວຽດນາມ ບໍ່ສາມາດຕັດແຍກອອກຈາກການຮ່ວມມື ຮ່ວມທຸລະກິດໃນບັນດາຂົງເຂດຂຸດຄົ້ນ ລ້ຽງປູກສິນໃນນ້ຳ, ປຸງແຕ່ງ, ຄ້າຂາຍສິນໃນນ້ຳກັບບັນດາປະເທດພາຍໃນພາກພື້ນ ແລະ ສາກົນ, ໃນນັ້ນ ຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບອົງການອາຊີບຫາປາສາກົນ ແລະ ບັນດາປະເທດສະມາຊິກສະຫະກອນອາຊີບຫາປາສາກົນ.