ພິທີສົ່ງອັດຖິທະຫານ ອາເມລິກາກັບເມືອປະເທດ

ພິທີສົ່ງອັດຖິທະຫານ ອາເມລິກາກັບເມືອປະເທດ - ảnh 1

 (ພາບ: dantri.com.vn)

(vovworld)-​​​​ ວັນ​ທີ 4/9,​ ພິທີ​ສົ່ງ​ອັດຖິ​ທະຫານ​ອາ​ເມ​ລິ​ກາ ຖືກ​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຫວຽດນາມ ​ກັບ​ເມືອ​ປະ​ເທດ ​ໄດ້​ຈັດ​ຂຶ້ນ​ທີ່​ສະໜາມ​ບິນ​ສາກົນ​ດ່າ​ນັງ, ຫວຽດນາມ ​ໂດຍ​ມີ​ການ​ເຂ​ົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ຄະນະ​ອຳນວຍ​ການ​ອົງການ​ຫວຽດນາມ ຊອກ​ຫາ​ຊາວ​ອາ​ເມ​ລິ​ກາ ຖືກ​ຫາຍ​ສາບ​ສູນ ​ແລະ ຜູ້ຕາງໜ້າ​ຫົວ​ໜ້າກົງ​ສູນ​ອາ​ເມ​ລິ​ກາ ປະຈຳ​ນະ​ຄອນ​ໂຮ່ຈິ​ມິນ, ທ່ານ​ນາງ Rena  ​ແລະ ຫ້ອງການ MIA ປະຈຳ​ຮ່າ​ໂນ້ຍ. ຜູ້ຕາງໜ້າ​ຝ່າຍ​ຫວຽດນາມ ​ໄດ້​ມອບ​ ​ອັດຖິ 3 ຊຸດໃຫ້ຜູ້ຕາງໜ້າ​ຝ່າຍ​ອາ​ເມ​ລິ​ກາ. ກ່າວຄຳ​ເຫັນ​ນະ​ພິທີ, ຜູ້ຕາງໜ້າ​ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ນະ​ໂຍບາຍ​ມະນຸດສະທຳ, ​ເຈດ​ຕະນາ​ດີ ​ແລະ ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ຂອງ​ລັດຖະບານ ​ແລະ ປຊຊ ຫວຽດນາມ. ການ​ເຄື່ອນ​ໄຫວ​ຊອກ​ຫາ​ ອັດຖິ​ທະຫານ​ອາ​ເມ​ລິ​ກາ ທີ່​ຫາຍສາບ​ສູນ​ໃນ​ປາງ​ສົງຄາມ​ຫວຽດນາມ ​ແມ່ນ​ການ​ເຄື່ອນ​ໄຫວ​ມະນຸ​ດສະ​ທຳ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ນີ້​ແມ່ນ​ການ​ມອບ​ອັດຖິ​ຄັ້ງທີ 128 ນັບ​ແຕ່​ປີ 1973.

ຂ່າວ/ບົດ​ອື່ນ