ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລ
ອຸດສາຫະກຳນະຄອນໂຮ່ຈີມິນຄົບຮອບ60ປີ
(ພາບ: TTXVN)
(vovworld)- ວັນທີ 11/11, ມະຫາວິທະຍາໄລອຸດສາຫະກຳນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງມະຫາວິທະຍາໄລ ຄົບຮອບ 60 ປີ. ທີ່ພິທີສະເຫຼີມສະຫຼອງ, ທ່ານ ຮອງນາຍົກລັດຖມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ປ່ຽນແປງໃໝ່ພື້ນຖານ ແລະ ຮອບດ້ານການສຶກສາແມ່ນໜ້າທີ່ສຳຄັນ ເພື່ອຍົກສູງຄຸນນະພາບການສຶກສາ; ໃນນັ້ນ ມີການປ່ຽນແປງໃໝ່ ການສຶກສາມະຫາວິທະຍາໄລ ໃນປັດຈຸບັນນີ້ ພວມຖືກທົ່ວສັງຄົມເອົາໃຈໃສ່ ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ປະເທດຊາດ.
ທ່ານ ຮອງນາຍົກລັດຖະມົນຕີ ຕີລາຄາສູງມະຫາວິທະຍາໄລອຸດສາຫະກຳນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາມະຫາວິທະຍາໄລ ແຫ່ງທຳອິດສະໝັກໃຈ ປະຕິບັດກົນໄກເປັນເຈົ້າຕົນເອງ. ທ່ານ ຮອງນາຍົກລັດຖມົນຕີ ຫວູດຶກດາມ ເຊື່ອໝັ້ນວ່າ: ມະຫາວິທະຍາໄລອຸດສາຫະກຳນະຄອນໂຮ່ຈີມິນ ຈະເປັນໜຶ່ງໃນບັນດາໂຮງຮຽນນຳໜ້າໃນການປ່ຽນແປງໃໝ່ການສຶກສາ; ພັດທະນາກາຍເປັນມະຫາວິທະຍາໄລ ທີ່ມີຄຸນນະພາບສູງ ຂອງປະເທດ, ມີອິດທິພົນຊື່ສຽງນັບມື້ນັບສູງ ໃນພາກພື້ນ ແລະ ສາກົນ.
ທີ່ພິທີ, ທ່ານ ຮອງນາຍົກລັດຖມົນຕີ ຫວູດຶກດາມ ໄດ້ມອບຫຼຽນໄຊເອກະລາດ ຊັ້ນສາມ ໃຫ້ມະຫາວິທະຍາໄລອຸດສາຫະກຳນະຄອນໂຮ່ຈີມິນ. ເນື່ອງໃນໂອກາດນີ້, ມີ 7 ຄະນະ, 11 ບຸກຄົນ ຂອງໂຮງຮຽນເປັນກຽດໄດ້ຮັບໃບຍ້ອງຍໍ ຂອງ ທ່ານ ຮອງນາຍົກລັດຖະມົນຕີ.