ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ ຝ​ຣັ່ງ ໂກ​ໂຟ​ນີ ​ ສາ​ກົນ ປີ 2022 ຢູ່ ຮ່າ​ໂນ້ຍ

(VOVWORLD) - “ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນກ່ຽວກັບການໜູນຊ່ວຍຊາວໜຸ່ມ, ພິເສດ ແມ່ນໃນຂົງເຂດເລີ່ມຕົ້ນທຸລະກິດ. ອົງການ ຝຣັ່ງ ໂກໂຟນີ ສາກົນ ຢາກປະກອບສ່ວນເຂົ້າໃນວຽກງານນີ້ດ້ວຍວິທີເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາພາກສ່ວນເສດຖະກິດໃນປະຊາຄົມ ຝຣັ່ງ ໂກໂຟນີ."
ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ ຝ​ຣັ່ງ ໂກ​ໂຟ​ນີ ​ ສາ​ກົນ ປີ 2022 ຢູ່ ຮ່າ​ໂນ້ຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ພິທີ

ພິທີສະເຫຼີມສະຫຼອງວັນ ຝຣັ່ງ ໂກໂຟນີ ສາກົນ ປີ 2022 ແລະ ສະເຫຼີມສະຫຼອງວັນຈັດກອງປະຊຸມສຸດຍອດ ຝຣັ່ງ ໂກໂຟນີ ຄັ້ງທີ 7 ປີ 1997 ຢູ່ ຫວຽດນາມ ຄົບຮອບ 25 ປີ ຖືກດຳເນີນໃນຕອນຄ່ຳວັນທີ 25 ມີນາ ຢູ່ຫໍປະຊຸມສາກົນ ຮ່າໂນ້ຍ. ທີ່ພິທີໄຂ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັ້ກວ່າ:

        “ການເຕີບໃຫຍ່ເຂັ້ມແຂງຂອງບັນດາສະມາຊິກ ຝຣັ່ງ ໂກໂຟນີ, ໃນນັ້ນ ມີຫວຽດນາມ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະຊາຄົມ ຝຣັ່ງ ໂກໂຟນີ. ຫວຽດນາມ ຈະສືບຕໍ່ມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນການປັບປຸງສັນຕິພາບ, ສາມັກຄີ, ການຮ່ວມມື ແລະ ພັດທະນາແບບຍືນຍົງໃນປະຊາຄົມ ຝຣັ່ງ ໂກໂຟນີ ແລະ ໃນໂລກ. ພວກຂ້າພະເຈົ້າຫວັງວ່າ ອົງການ ຝຣັ່ງ ໂກໂຟນີ ສາກົນ ຈະສືບຕໍ່ແຕ່ງຕັ້ງຄະນະສົ່ງເສີມເສດຖະກິດມາ ຫວຽດນາມ ແລະ ບັນດາປະເທດສະມາຊິກ ຝຣັ່ງ ໂກໂຟນີ ເພື່ອເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດ ຝຣັ່ງ ໂກໂຟນີ ເລິກເຊິ່ງຂຶ້ນຕື່ມເພື່ອຜົນປະໂຫຍດຂອງບັນດາປະເທດສະມາຊິກ ແລະ ວັດທະນາຖາວອນລວມຂອງປະຊາຄົມ ຝຣັ່ງ ໂກໂຟນີ”.

        ສ່ວນ ທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ ສາກົນ ເນັ້ນໜັກວ່າ ອະນາຄົດນອນໃນກຳມືຂອງຄົນລຸ້ນໜຸ່ມ. ທ່ານນາງກ່າວວ່າ:

ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ ຝ​ຣັ່ງ ໂກ​ໂຟ​ນີ ​ ສາ​ກົນ ປີ 2022 ຢູ່ ຮ່າ​ໂນ້ຍ - ảnh 2ທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ ສາກົນ

“ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນກ່ຽວກັບການໜູນຊ່ວຍຊາວໜຸ່ມ, ພິເສດ ແມ່ນໃນຂົງເຂດເລີ່ມຕົ້ນທຸລະກິດ. ອົງການ ຝຣັ່ງ ໂກໂຟນີ ສາກົນ ຢາກປະກອບສ່ວນເຂົ້າໃນວຽກງານນີ້ດ້ວຍວິທີເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາພາກສ່ວນເສດຖະກິດໃນປະຊາຄົມ ຝຣັ່ງ ໂກໂຟນີ. ນີ້ກໍແມ່ນຄວາມໝາຍຂອງ ຄະນະ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າຄັ້ງທຳອິດ ຢູ່ ຫວຽດນາມ ໂດຍຂ້າພະເຈົ້ານຳພາ”

ຕອບກັບ

ຂ່າວ/ບົດ​ອື່ນ