ການສະແດງສິລະປະທີ່ພິທີ
(ພາບ: Văn Hiếu/VOV)
|
(vovworld) – ຕອນຄ່ຳວັນທີ 22/4, ຢູ່ເຊີ່ມເຊີນ, ແຂວງ ແທງຮ໋ວາ, ໄດ້ຈັດຕັ້ງ “ງານບຸນ 110 ປີແຫ່ງວັນທ່ອງທ່ຽວເຊີ່ມເຊີນ” ໄຂງານບຸນລະດູການທ່ອງທ່ຽວປີ 2017 ດ້ວຍຫົວຂໍ້ວ່າ: ສຽງຂັບຮ້ອງຂອງທະເລເຊີ່ມເຊີນ 4 ລະດູ ແລະ ປະກາດຂໍ້ຕົກລົງຮັບຮອງເທດສະບານ ເຊີ່ມເຊີນ ກາຍເປັນນະຄອນຂຶ້ນກັບແຂວງ ແທງຮ໋ວາ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ:
“ໄລຍະຈະມາເຖິງ, ແທງຮ໋ວາ ຄວນເອົາໃຈໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຕ່າງຫາກເພື່ອສ້າງເຄື່ອງໝາຍການຄ້າໃຫ້ແກ່ຂະແໜງທ່ອງທ່ຽວ. ແຂວງ ແລະ ນະຄອນ ເຊີ່ມເຊີນ ຕ້ອງເພີ່ມທະວີການດຶງດູດການລົງທຶນ ຂອງບັນດາພາກສ່ວນເສດຖະກິດ, ສ້າງພຶ້ນຖານໂຄງລ່າງການທ່ອງທ່ຽວ ພ້ອມທັງເອົາໃຈໃສ່ບຳລຸງສ້າງ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສ້າງສະພາບແວດລ້ອມການທ່ອງທ່ຽວປອດໄພ, ຍຸຕິທຳ ເພື່ອເພີ່ມກຳລັງດຶງດູດແຂກທ່ອງທ່ຽວ. ແທງຮ໋ວາ ຕ້ອງສູ້ຊົນກາຍເປັນສະຖານທີ່ທ່ອງທ່ຽວລະດັບຊາດ, ປະກອບສ່ວນພ້ອມກັບທົ່ວປະເທດນຳການທ່ອງທ່ຽວ ຫວຽດນາມ ກາຍເປັນຂະແໜງເສດຖະກິດປາຍແຫຼມໃນປີ 2020 ໂດຍພື້ນຖານ.”
ທີ່ພິທີ, ການທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ມອບຂໍ້ຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງນະຄອນ ເຊີ່ມເຊີນ.