ພິທີສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ

ພິທີສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ - ảnh 1
ພິທີສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ
(ພາບ: ອີນເຕີເນັດ)

( vovworld ) -   ຕອນ​ເຊົ້າ​ວັນ​ທີ 15/6, ຢູ່​ທີ່​ຮ່າ​ໂນ້ຍ, ​ໄດ້ດຳ​ເນີນ​ພິທີສະ​ເຫຼີມສະຫຼອງ 35 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ກຳມະການ​​ແຫ່ງ​ຊາດ UNESCO ຫວຽ​ດນາມ ​ແລະ ຮັບຫຼຽງ​ໄຊ​ເອກະລາດ​ຊັ້ນ 3. ກ່າວ​ຄຳ​ເຫັນນະ​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​​ແຫ່ງ​ຊາດ UNESCO ຫວຽ​ດນາມ, Nguyen Thanh Son ຊີ້​ແຈ້ງວ່າ, ​ໃນ​ຕະຫຼອດ 35 ປີ​ທີ່​ຜ່ານ​ມາ, ຄະນະ​ກຳມະການ​​ແຫ່ງ​ຊາດ UNESCO ຫວຽ​ດນາມ ​ໄດ້​ຢືນຢັນ​ບົດ​ບາດ, ໜ້າ​ທີ່​ແມ່ນ​ຊ່ອງ​ພົວພັນການ​ຕ່າງປະ​ເທດ​ທີ່​ມີ​ປະສິດທິ​ຜົນ, ​ເຊື່ອມ​ຕໍ່ບັນດາຄຸນຄ່າ​ດ້ານວັດທະນະທຳ, ​ສຶກສາ ​ແລະ ວິທະຍາສາດ​ລະຫວ່າງ​ຫວຽ​ດນາມ ​ແລະ ​ໂລກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ວິວັດ​ການ​ເຊື່ອມ​ໂຍງ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງຂວາງ, ພ້ອມທັງ​ໂຄສະ​ນາ​ພາດ​ພົດ​ປະຊາຊົນ, ປະ​ເທດ​ຊາດຫວຽດນ​າມທີ່​ສວຍ​ງາມ ​ແລະ ຂະຫຍັນ​ຂັນ​ເຂື່ອນ, ພັດທະນາ ​ແລະ ສັນຕິພາບ. ທ່ານ Nguyen Thanh Son ​ໄດ້​ເນັ້ນ​ໜັກ​ວ່າ.

        “​ໃນ​ປະຈຸ​ບັນວຽກ​ງານຂອງ UNESCO ຈະ​ຫັນ​​ໄປສູ່​ໄລຍະ​ໃໝ່, ຕ້ອງ​ເພີ່ມ​ທະວີ​ກຳລັງແຜ່​ຂະຫຍາຍໃນ​ສັງຄົມ​ ​ແລະ ສຳ​ພັດ​ຢ່າງ​ເລີດ​ເຊິ່ງກວ່າ​ອີກ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ​ຂອງ​ຫວຽ​ດນາມ. ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽ​ດນາມ ຈະ​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ຂົວ​ເຊື່ອນ​ຕໍ່​ລະຫວ່າງ​ຫວຽດນາມ ກັບ​ອົງການ UNESCO ກວ່າ​ອີກ, ​ເພື່ອເຄື່ອນ​ໄຫວ​ໃນ​ບັນດາຂົງ​ເຂດວັດທະນະທຳ, ສຶກສາ, ວິທະຍາສາດ ​ແລະ ສື່ສານ. ຄຽງ​ຄ້າງ​ນັ້ນ, ​ເພີ່ມ​ທະວີ​ບົດບາດ, ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ລະບຽບກົດໝາຍຂອງ UNESCO ກໍ​ຄື​ສ້າງ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍກ່ຽວ​ກັບ​ວັດທະນະທຳ, ສຶກສາ, ຢືນຢັນ​ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມຮັບຜິດຊອບ​ໃນ​ວົງ​ຄະນະ​ຍາດ​ສາກົນ”.

        ​ເນື່ອງ​​ໃນ​ໂອກາດ​ນີ້, ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽ​ດນາມ ​ໄດ້​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ຍ້ອນ​ມີ​ບັນດາ​ຜົນງານ​​ດີ​ເດັ່ນ​ໃນ​ການປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ລັດທິ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ