(vovworld) – ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະ ບວນມາທວດ ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 10/03, ຢູ່ນະຄອນບວນມາທວດ, ແຂວງດັກລັກ. ອ່ານສູນທອນພົດທີ່ພິທີ, ທ່ານ ຟ້າມຫງອກງີ້, ປະທານຄະນະກຳມະການປະຊາຊົນແຂວງດັກລັກ ໄດ້ຫວນຄືນໄລຍະປະຫວັດສາດທີ່ສະຫງ່າອົງອາດ 40 ປີແຫ່ງໄຊໄນະບວນມາທວດ, ເປີດສາກໃຫ້ບັ້ນບຸກໂຕມຕີຄັ້ງໃຫຍ່ ແລະ ລູກຮື້ຂຶ້ນລະດູບານໃໝ່ປີ 1975, ປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ. ທ່ານ ຟ້າມຫງອກງີ້, ປະທານຄະນະກຳມະການປະຊາຊົນແຂວງດັກລັກ ຢືນຢັນວ່າ.
“ໄຊຊະນະ ບວນມາທວດ ໄດ້ເຂົ້າສູ່ປະຫວັດສາດຂອງຊາດຫວຽດນາມ ຕະຫຼອດການ, ໄຊຊະນະທີ່ພິລະອາດຫານ, ແມ່ນຄວາມເອກອ້າງຖະນົງໃຈຂອງອົງຄະນະພັກ, ກອງທັບ ແລະ ປະຊາຊົນບັນດາເຜົ່າແຂວງດັກລັກ. ໄຊຊະນະບວນມາທວດ ແມ່ນບັ້ນສູ້ຮົບຍຸດທະສາດ ສະແດງໃຫ້ເຫັນການຊີ້ນນຳພາຳທີ່ສ່ອງແສງ, ສະຫຼາດສະຫຼຽວຂອງກົມການເມືອງ, ຄະນະພັກການທະຫານສູນກາງ ຊຶ່ງໄດ້ໃຫ້ຂໍ້ສັງເກດຖືກຕ້ອງກັບສະພາບການ, ຍາດແຍ່ງກາລະໂອກາດ ແລະ ຖືກເປົ້າໝາຍ”.
ກ່າວຄຳເຫັນທີ່ພິທີ, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ, ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງດັກລັກ ໃນໄລຍະຈະມາເຖິງສຸມໃສ່ປະຕິບັດບັນດາໜ້າທີ່ຈຸດຊຸມເປັນຢ່າງດີຄື: ຍົກສູງກຳລັງຄວາມສາມາດໃນການຊີ້ນຳນຳພາ ແລະ ກຳລັງຕໍ່ສູ້ຂອງອົງຄະນະພັກ, ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງ… ທ່ານເລຮົ່ງແອງ ຊີ້ແຈ້ງວ່າ.
“ແຂວງຕ້ອງຮັກສາລະດັບການເຕີບໂຕດ້ານເສດຖະກິດສູງ ແລະ ໝັ້ນຄົງ; ປະຕິບັດວຽກງານກໍ່ສ້າງຊົນນະບົດໃໝ່ເປັນຢ່າງດີ, ຮັບປະກັນບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກ່ສອກຫີຼິກ, ເຂດຊົນເຜົ່າສ່ວນໜ້ອຍ. ສືບຕໍ່ກໍ່ສ້າງນະຄອນ ບວນມາທວດ ໃຫ້ກາຍເປັນເຂດຕົວເມືອງໃຈກາງຂອງໄຕງວຽນ”.