(VOVWORLD) - ຕອນເຊົ້າວັນທີ 10 ກຸມພາ (ກົງກັບວັນທີ 6 ບຸນເຕັດປີກຸນ), ຢູ່ ເຂດປູຊະນີຍະສະຖານໄຊຊະນະເຊືອງຢາງ,
ຄະນະກຳມະການປະຊາຊົນນະຄອນ ບັກຢາງ ແຂວງ ບັກຢາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 592 ປີແຫ່ງວັນໄຊຊະນະ ເຊືອງຢາງ (1427 - 2019) ໂດຍມີການເຂົ້າຮ່ວມຂອງພະນັກງານ, ລັດຖະກອນ, ປະຊາຊົນ ແລະ ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ.
ພິທີດັ່ງກ່າວໄດ້ດຳເນີນໃນ ລະຫວ່າງ ວັນທີ 10 – 11 ກຸມພາ. ໃນຂອບເຂດພິທີສະເຫຼີມສະຫຼອງໄດ້ດຳເນີນບັນດາການເຄື່ອນໄຫວຄື: ການສະແດງສິລະປະໃນການຂຽນຕົວໜັງສື, ວາງສະແດງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ 16 ຕາແສງ, ເທດສະບານ, ວາງສະແດງຮູບພາບ ແລະ ວັດຖຸພັນກ່ຽວກັບໄຊຊະນະ ເຊືອງຢາງ, ງານມະໂຫລານບັນດາສະໂມສອນຂັບລຳພື້ນເມືອງ, ການເຄື່ອນໄຫວ ກິລາ, ການລະຫຼິ້ນພື້ນເມືອງ…