ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9


ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9 - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ກ່າວ​ສູນ​ທອນ​ພົດ​ທີ່​ພິ​ທີສະ​ເຫຼີມ​ສະຫຼອງ 70 ປີແຫ່ງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ຫວຽດ​ນາມທີ 2 ກັນ​ຍາ

(vovworld)- ວັນ​ທີ 2/9, ຢູ່​ສະ​ໜາມຫຼວງ​ບາ​ດິງ, ຮ່າ​ໂນ້ຍ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີແຫ່ງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ຫວຽດ​ນາມທີ 2 ກັນ​ຍາ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້ນ​ຢຸງ​ພ້ອມ​ກັບ​ການ​ນຳ​ພັກ, ລັດ, ຂະ​ແໜງ​ການ​ຕ່າງໆ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ, ບັນ​ດາ​ນັກ​ປະ​ຕິ​ວັດ​ຜູ້​ອາ​ວຸ​ໂສ, ຄະ​ນະ​ຜູ້​ແທນ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຄະ​ນະ​ຜູ້​ແທນ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ.ພິ​ທີ​ສະ​ເຫຼີມ​ສະຫຼອງໄດ້​ເລີ່ມ​ຕົ້ນ​ດ້ວຍ​ພິ​ທີ​ແຫ່​ທວນ​ໄຟ​ຈາກ​ຫໍ​ພິ​ພິ​ທະ​ພັນ​ໂຮ່​ຈິ​ມິນ ມາ​ຍັງ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມິນ , ຕໍ່​ໃສ່​ທວນ​ໄຟ​ໃຫຍ່ເພື່ອ​ທຳ​ພິ​ທີ​ເຄົາ​ລົບ​ທຸງ​ຊາດ​.

            ກ່າວ​ສູນ​ທອນ​ພົດ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ຊີ້​ແຈ້ງວ່າ ກ່ອນນີ້ 70 ປີ, ໃນ​ຊຸມມື້​ລະ​ດູ​ໃບ​ໄມ້ຫຼົ່ນຄັ້ງ​ປະ​ຫວັດ​ສາດ, ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມິນ, ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ລຸກ​ຮື້​ຂຶ້ນ​ທຳ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາອັນ​ຍິ່ງ​ໃຫຍ່. ວັນ​ທີ 2/9, ຢູ່​ສະ​ໜາມຫຼວງ​ບາ​ດິງ, ປະ​ທານ​ໂຮ່​ຈິ​ມິນໄດ້ກ່າວ​ບົ​ົດ​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາດຕໍ່​ໜ້າ​ພໍ່​ແມ່​ພີ​ນ້ອງ​ຮ່ວມ​ຊາດ ແລະ ເພື່ອນ​ມິດ​ທົ່ວ​ໂລກ​ກ່ຽວ​ກັບການສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ​ປະ​ຈຸ​ບັນ​ແມ່ນ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ : 

    “ ເຫດ​ການ​ທີ່​ສຳ​ຄັນ​ຍິ​່ງນີ້ ເປັນຫຼັກ​ໝາຍ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​​ສາ​ປະ​ເທດ​ຊາດທີ່​ສະ​ຫງ່າ​ລາ​ສີ​ຂອງ​ຊາດ​ຫວຽດ​ນາມ. ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາສຳ​ເລັດ​ຜົນທີ່​ພາ​ໄປ​ເຖິງການສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ທັບ​ມ້າງ​ແອກ​ຄອບ​ຄອງ, ກົດ​ຂີ່​ຂູດ​ຮີດຂອງ​ລະ​ບອບ​ລ່າ​ເມືອງຂຶ້ນ​ສັກ​ດີ​ນາ, ຢຶດ​ອຳ​ນາດມາ​ໃຫ້​ກຳ​ມື​ຂອງ​ປະ​ຊາ​ຊົນ. ປະ​ຊາ​ຊົນ​ຫວຽດ​ນາມຈາກ​ຖາ​ນະ​ເປັນ​ຂ້າ​ທາດໄດ້​ກາຍ​ເປັນ​ຜູ້​ເປັນ​ເຈົ້າ​ຂອງ​ຊາ​ຕະ​ກຳ​ຂອງ​ຊາດ. ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ຍິ່ງ​ຂອງ​ຍຸກ​ສະ​ໄໝ, ມີ​ຄວາມ​ໝາຍ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ຢ່າງ​ໃຫຍ່ຫຼວງ​ທີ່​ມີ​ຕໍ່​ບັນ​ດາ​ປະ​ຊາ​ຊາດ​ເປັນ​ຫົວ​ເມືອງ​ຂຶ້ນ, ປະ​ຊາ​ຊົນ​ຖືກ​ກົດ​ຂີ່​ຂູດ​ຮີດ​ໃນ​ໂລກ ພ້ອມ​ກັນ​ລຸກ​ຂຶ້ນ​ທຳ​ການ​ຕໍ່​ສູ້​ເພື່ອ​ຍາ​ດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ສົງ​ຄົມ  ”

     ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ 70 ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ຮັກ​ສາ​ໝາກ​ຜົນ ແລະ ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ຂອງ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ນັ້ນ​ແມ່ນ​ເອ​ກະ​ລາດ​ແຫ່ງ​ຊາດ, ເສ​ລີ​ພາບ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຊີ້​ແຈ້ງວ່າ : 

“ສະ​ເຫຼີມ​ສະຫຼອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຫວຽດ​ນາມ​ມີ​ຄວາມ​ຫວັງ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ມາ​ນະ​ພະ​ຍາ​ຍາມ, ຍາດ​ແຍ່ງ​ກາ​ສ​ລະ​ໂອ​ກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ສຸມ​ຈິດ​ສຸມ​ໃຈ, ເຊີດ​ຊູ​ເຈດ​ຈຳ​ນົງ, ຮັກ​ສາ​ໝາກ​ຜົນ​ການ​ປະ​ຕິ​ວັດ, ສືບ​ຕໍ່ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍອັນ​ສູງ​ສົ່ງ​ຂອງ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ຄຳ​ປະ​ຕິ​ຍານ​ເອ​ກະ​ລາດ, ປະ​ຕິ​ບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ສ້າງ​ສາ ແລະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ, ສູ້​ຊົນ​ນຳ​ປະ​ເທດ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສ​ະ​ໄໝ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ”

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9 - ảnh 2
ການ​ເດີນສວນ​ສະ​ໜາມພາຍຫຼັງ​ພິ​ທີ​ໂຮມ​ຊຸ​ມນຸມມິດ​ຕິງ

     ພາຍຫຼັງ​ພິ​ທີ​ໂຮມ​ຊຸ​ມມຸນມິດ​ຕິງ ແມ່ນ​ການ​​ເດີນສວນ​ສະ​ໜາມ, ເດີນ​ຂະ​ບວນ​ຂອງ 3 ໝື່ນ​ຄົນ​ທີ່​ຂຶ້ນ​ກັບ​ກຳ​ລັງ​ປະ​ກອບ​ອາ​ວຸດ, ກຳ​ລັງ​ມະ​ຫາ​ຊົນ, ຜູ້​ຕາງ​ໜ້າ​ກຳ​ມະ​ກອນ​, ຊາວ​ນາ, ປັນ​ຍາ​ຊົນ, ຂາວ​ໜຸ່ມ, ແມ່​ຍິງ….

      ພ້ອມ​ກັບ ພິ​ທີ​ໂຮມ​ຊຸ​ມມຸນມິດ​ຕິງ  ແລະ ການ​ສວນ​ສະ​ໜາມ, ເດີນ​ຂະ​ບວນ​, ຕອນ​ຄ່ຳ​ວັນ​ທີ 2/9 ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ ດ້ວຍ​ຫົວ​ຂໍ້ : ຫວຽດ​ນາມ-ຍຸກ​ສະ​ໄໝ​ໂຮ່​ຈິ​ມິນ.
ຂ່າວ/ບົດ​ອື່ນ