ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລ
ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ
(ພາບອິນເຕີແນັດ)
(vovworld) – ວັນທີ 6/10 ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ປາດຖະໜາວ່າ: ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດສືບຕໍ່ຮັກສາ ແລະ ເສີມຂະຫຍາຍບົດບາດນຳໜ້າຂອງມະຫາວິທະຍາໄລແຖວໜ້າຂອງ ຫວຽດນາມໄວ້ຢ່າງໝັ້ນຄົງ ໃນການຄົ້ນຄວ້າບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກ່ຽວກັບບັນດາຂະແໜງ ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ. ພ້ອມທັງ, ກໍ່ສ້າງແລະ ພັດທະນາໃຫ້ກາຍເປັນມະຫາວິທະຍາໄລຄົ້ນຄວ້າໃນປີ 2030. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໃຫ້ຮູ້ວ່າ:
“ໜຶ່ງໃນບັນດາພາລະໜ້າທີ່ອັບດັບໜຶ່ງຂອງບັນດາຄູສອນ, ນັກວິທະຍາສາດ ແລະ ນັກສຶກສາມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ ແມ່ນປະກອບສ່ວນໂດຍກົງເຂົ້າໃນການກໍ່ສ້າງ ແລະ ພັດທະນາວັດທະນະທຳມະນຸດ ຫວຽດນາມ. ໂດຍຜ່ານບັນດາການສິດສອນ, ຄົ້ນຄວ້າ ກໍຄືຜ່ານແບບຢ່າງໃນຊີວິດການເປັນຢູ່, ເຮັດໃຫ້ຄຸນຄ່າວັດທະນະທຳຊຶມເລິກ ແລະ ຂະຫຍາຍອອກຢ່າງກວ້າງຂວາງໃນທຸກຂົງເຂດຊີວິດການເປັນຢູ່, ໃນການພົວພັນທຸກດ້ານ. ໜຶ່ງໃນບັນດາໜ້າທີ່ສຳຄັນຂອງມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ ແມ່ນປະກອບບັນດາຫຼັກຖານວິທະຍາສາດ ເພື່ອໃຫ້ພັກ ແລະ ລັດກໍ່ສ້າງ ແລະ ປັບປຸງແນວທາງແຜນນະໂຍບາຍຂອງພັກຢ່າງບໍ່ຢຸດຢັ້ງ”.