ພິທີສະເຫຼີມສະຫຼອງ30ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມແລະເຢຍລະມັນ

ພິທີສະເຫຼີມສະຫຼອງ30ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມແລະເຢຍລະມັນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ກ່າວຄຳເຫັນທີ່ພິທີ (ພາບ: KL)

(vovworld) – ​ ວັນ​ທີ 21/9, ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 30 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ​-ເຢຍລະ​ມັນ ​ເຊິ່ງຈັດ​ຕັ້ງຢູ່​ຮ່າ​ໂນ້ຍ,  ​ໂດຍ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ຈັດ​ຕັ້ງ, ທ່ານ Hanns – Joerg Brunner, ຜູ້​ຕາງ​ໜ້າຊົ່ວຄາວສະຖານທູດ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ປີ 2015 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ​ແລະ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ. 2 ຝ່າຍ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ຈັດ​ຕັ້ງ​​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ​ເພີ່ມ​ທະວີ​ການແລກປ່ຽນ​ດ້ານການ​ຄ້າ…ປະກອບສ່ວນ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ 2 ຝ່າຍ. ສ່ວນ​ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ມູນ​ເຊື້ອ 30 ປີ​ແຫ່ງ​ວັນສ້າງ​ຕັ້ງ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຢ່າງ​ເໝາະ​ສົມ ປະກອບ​ສ່ວນຢ່າງ​ຕັ້ງໜ້າກວ່າ​ອີກ​​ເຂົ້າ​ການຊຸກຍູ້ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ​ ​ແລະ ກັນ ​ແລະ ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຢຍລະ​ມັນ ​ໃນ​ໄລຍະ​ຈະ​ມາ​ເຖິງ​.

ຂ່າວ/ບົດ​ອື່ນ