ພິທີສະເຫຼີມສະຫຼອງ 67 ປີແຫ່ງວັນສະຖາ
ປະນາສາທາລະນະລັດ ອິນເດຍ
(ພາບ: TTXVN)
(vovworld) – ວັນທີ 26/01, ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 67 ປີແຫ່ງວັນສະຖາປະນາສາທາລະນະລັດ ອິນເດຍ (16/01/1950 – 26/01/2016). ທີ່ພິທີສະເຫຼີມສະຫຼອງ, ທ່ານ ຮີງມິງທ້ຽນ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ດ້ວຍກຳລັງບົ່ມຊ້ອນດ້ານເສດຖະກິດ, ປ້ອງກັນຊາດນັບມື້ນັບໃຫຍ່ຫລວງ ແລະ ພື້ນຖານວິທະຍາສາດເຕັກໂນໂລຢີກ້າວໜ້າ, ອິນເດຍ ໄດ້ ແລະ ພວມກາຍເປັນປະເທດມະຫາອຳນາດມີທີ່ຕັ້ງ, ບົດບາດສຳຄັນຢູ່ ອາຊີ ແລະ ໃນໂລກ. ໃນໄລຍະປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ອິນເດຍ ນັບມື້ນັບສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, 2 ຝ່າຍໄດ້ແລກປ່ຽນຫລາຍຄະນະຜູ້ແທນຂັ້ນສູງ, ລົງນາມ ແລະ ຜັນຂະຫາຍຂໍ້ຕົກລົງ, ເອກະສານຮ່ວມມື 2 ຝ່າຍຫລາຍສະບັບຢ່າງມີປະສິດທິຜົນ ແລະ ສົມທົບກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.
ສ່ວນທ່ານນາງ Smita Pant ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ພິເສດແມ່ນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2007, ການພົວພັນລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການຮັດແໜ້ນ ແລະ ພັດທະນາຢ່າງແຂງແຮງໃນທຸກຂົງເຂດ, ພິເສດແມ່ນກ່ຽວກັບດ້ານວັດທະນະທຳ, ດ້ານການຄ້າ ແລະ ການລົງທຶນ ບັນດາຂະແໜງຕ່ຳແຜ່ນຕັດຫຍິບ, ການຢາ, ໄຟຟ້າ, ນ້ຳມັນ ແລະ ແກສທຳມະຊາດ. ໃນໄລຍະຈະມາເຖິງ, ສະຖານກົງສູນໃຫຍ່ສືບຕໍ່ສົມທົບພ້ອມກັບສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນໂຮ່ຈີມິນ ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ກນທູດປະຊາຊົນ 2 ປະເທດກ່ວາອີກ.