ພາບ:baophapluat.vn
|
(vovworld)-ພິທີສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະຈີນ ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 16/1 ຢູ່ ຮ່າໂນ້ຍ, ທ່ານຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານນາງ ຫລີສຽວຫລິນ, ຫົວຫນ້າສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ, ທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ພ້ອມກັບພະນັກງານ, ປະຊາຊົນສອງປະເທດຫວຽດນາມ ແລະ ຈີນເຂົ້າຮ່ວມເປັນຈຳນວນຫລາຍ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ເນັ້ນຫນັກເຖິງຄວາມໝາຍສຳຄັນ ແລະ ບັນດາຜົນງານໃນການພົວພັນລະຫວ່າງສອງປະເທດໃນໄລຍະ 65 ປີຜ່ານມາ ແລະ ຢືນຢັນ: ນ້ຳໃຈມິດຕະພາບຫວຽດນາມ - ຈີນ ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງປະເທດ, ຮຽກຮ້ອງສອງພັກ, ສອງລັດ ຕ້ອງເຄົາລົບຮັກສາ. ເລື່ອງເພີ່ມທະວີການພົວພັນແລກປ່ຽນ, ເຂົ້າໃຈ, ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ການພົວພັນລະຫວ່າງສອງປະເທດພັດທະນາຢ່າງປອດໄສ.
ທ່ານນາງ ຫລີສຽວຫລິນ, ຫົວຫນ້າສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ ເນັ້ນຫນັກວ່າ:
“ປະຊາຊົນຈີນກໍຄືປະຊາຊົນຫວຽດນາມ ລ້ວນແຕ່ຮັກຫອມສັນຕິພາບ ແລະ ເຄົາລົບນ້ຳໃຈມິດຕະພາບ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືມິດຕະພາບແມ່ນທ່າອ່ຽງໃຫຍ່ ແລະ ແມ່ນຄວາມມຸ່ງມາດປາດຖະຫນາລວມຂອງປະຊາຊົນສອງປະເທດ. ຈີນ ພ້ອມແລ້ວ ພ້ອມກັບຫວຽດນາມ ມານະພະຍາຍາມ ພ້ອມກັນສ້າງອະນາຄົດອັນດີງາມ.”