ພິທີສະເຫລີມ ສະຫລອງ 50 ປີ ແຫ່ງວັນສ້າງ ສາຍພົວພັນທາງການທູດ ຫວຽດນາມ - ລາວ

ພິທີສະເຫລີມ     ສະຫລອງ 50 ປີ ແຫ່ງວັນສ້າງ   ສາຍພົວພັນທາງການທູດ ຫວຽດນາມ - ລາວ - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ ແລະ ລາວ
ພາບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 22/8 ຢູ່ ນະຄອນ ດ້ຽນບຽນ​ຝູ ​ແຂວງ ດ້ຽນບຽນ ​ແລະ 6 ​ແຂວງ​ພາກ​ເຫນືອ​ຂອງ ລາວ ລວມມີ: ຜົ້ງ​ສາລີ, ອຸດົມ​ໄຊ, ຫລວງ​ພະ​ບາງ, ບໍ່​ແກ້ວ, ຫລວງ​ນ້ຳ​ທາ ​ແລະ ​ໄຊ​ຍະ​ບູລີ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 35 ປີ ​ແຫ່ງ​ວັນ​ເຊັນ​ສົນ​ທີ​ສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື (18/7/1977 - 18/7/2012) ​ແລະ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ  (18/7/1977 - 18/7/2012). ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Mua A Son, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດ້ຽນບຽນ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ​ແລະ ລາວ ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ. ສ່ວນ​ທ່ານ ຄຳ​ເຈນ ວົງ​ໂພ​ສີ ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ​ແຂວງ ຜົ້ງ​ສາລີ ​ໄດ້​ຕາງຫນ້າ​ໃຫ້​ບັນດາ​ແຂວງ​ພາກ​ເຫນືອ​ຂອງ​ລາວ ​ໄດ້​ຢືນຢັນ​ວ່າ: ​ໃນ​ຕະຫລອດ​ໄລຍະ​ຜ່ານ​ມາ, ປະຊາຊົນ ຢູ່ 6 ​ແຂວງ ຂອງ​ລາວ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​, ​ແບ່ງປັນ​ໃນ​ທຸກ​ຂົງ​ເຂດ​ ຈາກ​ແຂວງ ດ້ຽນບຽນ. ທ່ານ ຄຳ​ເຈນ ວົງ​ໂພ​ສີ ປາດ​ຖະຫນາ​ວ່າ ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ ດ້ຽນບຽນ ສືບ​ຕໍ່​ຮັກສາ​ສາຍ​ພົວພັນ​,  ຊ່ວຍ​ເຫລື​ອອົງຄະ​ນະ​ພັກ ​ແລະ ປະຊາຊົນ 6 ​ແຂວງ ພາກ​ເຫນືອ​ຂອງ​ລາວ ​ເພື່ອ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ສອງ​ປະ​ເທດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ