ພາບປະກອບ
(vovworld) - ວັນທີ 14/2, ບໍລິສັດອຸດສາຫະກຳຕໍກຳ່ປັ່ນ ຢູງກວດ - ກວາງຫງາຍ ໄດ້ຈັດພິທີອອກເຄື່ອນພົນທຳການຜະລິດໃນຍາມຕົ້ນປີໃໝ່ 2013, ມີນັກວິສາຫະກອນ, ກຳມະກອນກ່ວາ 100 ຄົນຂອງບໍລິສັດໄດ້ລົງມືຕໍ່ກຳປັ່ນບໍລິການ 2 ລຳຕາມສັນຍາທີ່ໄດ້ລົງນາມກັບອົງການຮ່ວມທຸລະກິດຫວຽດໂຊເປໂຈ. ຄາດວ່າ ໃນປີນີ້, ບໍລິສັດອຸດສາຫະກຳຕໍ່ ກຳ່ປັ່ນ ຢູງກວດ - ກວາງຫງາຍ ຈະໃຫ້ກຳປັນ່ບັນທຸກນ້ຳມັນ 105.000 ໂຕນລົງນ້ຳ ແລະ ປະກອບກຳປັ່ນບັນທຸກນ້ຳໜັກ 104.000 ໂຕນໃຫ້ສຳເລັດ, ສູ້ຊົນບັນລຸລາຍຮັບກ່ວາ 1.200 ຕື້ດົງ. ສະເພາະໃນເດືອນ 2 ນີ້, ທາງບໍລິສັດຈະສ້າງສຳເລັດ ແລະ ດຳເນີນພິທີມອບຮັບຮ້ານເຈາະນ້ຳມັນ ຕາມດ້າວເລກ 1 ໃຫ້ແກ່ລູກຄ້າ. ທ່ານຫງວຽນວັນໂຫ້ຍ ປະທານສະພາສະມາຊິກບໍລິສັດອຸດສາຫະກຳຕໍກຳ່ປັ່ນ ຢູງກວດ - ກວາງຫງາຍ ໃຫ້ຮູ້ວ່າ :
“ ພາຍຫຼັງບຸນເຕັດ, ພະຍາຍາມສຳເລັດການສ້ອມແປງຮ້ານເຈາະນ້ຳມັນ ຕາມດ້າວໃຫ້ສຳເລັດໂດຍໄວເພື່ອມອບໃຫ້ລູກຄ້າໃນທ້າຍເດືອນ 2, ຫຼັງຈາກນັ້ນທາງໂຮງງານຈະສຳເລັດການປະກອບກຳ່ປັ່ນ 104, ພ້ອມກັນນັ້ນກໍ່ພະຍາຍາມໃຫ້ກຳ່ປັ່ນ 105 ລົງສູ່ທະເລ. ໃນປີ 2013 ນອກຈາກບັນດາຜະລິດຕະພັນທີ່ໄດ້ກ່າວມານັ້ນ, ທາງໂຮງງານຈະຕໍ່ກຳ່ປັ່ນບໍລິການໃໝ່ 2 ລຳ.”
ແລະກໍ່ໃນວັນດຽວກັນ, ຊາວນາຢູ່ບໍລິເວນຕ່າງໆໃນແຂວງ ເຊີນລາ ໄດ້ພ້ອມກັນລົງນາເລີ່ມຕົ້ນລະດູການປູກຝັງໃໝ່. ນາງ ດິງທິເທີ້ນ, ຢູ່ບ້ານ ບ່ວຍ 2 ຕາແສງ ຮີເຕີນ, ເມືອງ ຟູ໋ອານ ໃຫ້ຮູ້ວ່າ:
“ພວກເຮົາມ່ວນຊື່ນໃນຍາມປີໃໝ່ ແຕ່ກໍ່ບໍ່ຫຼົງຫຼື່ມວຽກໄຮ່ການນາ. ມື້ນີ້, ພວກຂ້າພະເຈົ້າໄດ້ເລີ່ມອອກໄປທົ່ງໄຮທົ່ງນາ ກະກຽມນ້ຳ, ເບ້ຍໄມ້ ເພື່ອຮັບໃຊ້ລະດູການປູກຝັງໃໝ່. ໃຜໆ ກໍ່ຫວັງວ່າ ໃນປີໃໝ່ດິນຟ້າອາກາດຈະເອື້ອອຳນວນຄວາມສະດວກ, ລະດູການຜະລິດຈະໄດ້ຮັບຜົນດີ ອັນຈະເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ”