ພິທີອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2017)
ພິທີອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ - ảnh 1(ພາບປະກອບ) 

ວັນທີ 13 ກໍລະກົດ ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ໄດ້ມາຖະຫວາຍທູບທຽນ, ດອກໄມ້ທີ່ສຸສານ ຮ່າງເຢືອງ ແລະ ຢ້ຽມຢາມບັນດາເຂດປູຊະນີຍະສະຖານປະຫວັດສາດທີ່ເມືອງ ກົນດ໋າວ ແຂວງ ບາເຣຍ - ຫວຸງເຕົາ. ແລະກໍ່ໃນວັນດຽວກັນ, ທີ່ວິຫານ ກົນດ໋າວ ກໍ່ດຳເນີນບັນດາການເຄື່ອນໄຫວອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນຮັກຊາດທີ່ເສຍສະຫຼະຊີວິດຢູ່ຄຸກ ກົນດ໋າວ.

        ກ່ອນໜ້ານັ້ນ, ວັນທີ 12 ກໍລະກົດ, ກອງບັນຊາການທະຫານເຂດ 4, ກອງບັນຊາການທະຫານແຂວງ ແທງຮ໋ວາ ຈັດຕັ້ງການຢ້ຽມຢາມ, ມອບຂອງຂວັນຢູ່ສູນປີ່ນປົວບຳລຸງສຸຂະພາບຜູ້ມີຄຸນງາມຄວາມດີແຂວງ ແທງຮ໋ວາ. ຄະນະປະຕິບັດງານຂອງທະຫານເຂດ 4 ກໍ່ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນຢູ່ບໍລິເວນແຂວງ. ແລະກໍ່ໃນວັນດຽວກັນ, ການນຳແຂວງ ຮ່ານາມ ຈັດຕັ້ງບັນດາຄະນະໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາສູນສູນປີ່ນປົວບຳລຸງສຸຂະພາບທະຫານເສຍອົງຄະໃນບໍລິເວນແຂວງ ແລະ ບາງຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ດີເດັນ, ແມ່ ຫວຽດນາມ ວິລະຊົນຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ