(vovworld) – ໃນຂອບເຂດການຢ້ຽມຢາມຫວຽດນາມ, ຕອນເຊົ້າວັນທີ 23/05, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ. ພາຍຫຼັງການເຈລະຈາ, ທ່ານ Ban Ki moon ແລະ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງຊາຍຄາຂຽວສະຫະປະຊາຊາດແຫ່ງທຳອິດໃນໂລກຢູ່ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ.
“ຂ້າພະເຈົ້າເຊື່ອໝັ້ນວ່າ, ຊາຍຄາຂຽວສະຫະປະຊາຊາດຢູ່ຫວຽດນາມ ແມ່ນສັນຍາລັກແຫ່ງການຮ່ວມມືລະຫວ່າງ 2 ຝ່າຍຢ່າງລະອຽດ. ຂ້າພະເຈົ້າກໍ່ຫວັງວ່າ, ຊາຍຄາດັ່ງກ່າວຈະກໍ່ແມ່ນສູນຄວາມຮູ້ ແລະ ການຮ່ວມມືໃຫ້ແກ່ການສົ່ງແຫຼ່ງອາລົມກໍ່ຄືການເຄື່ອນໄຫວ. ທຸກສິ່ງທຸກຢ່າງແມ່ນເພື່ອແນໃສ່ໜູນຊ່ວຍການພັດທະນາຢ່າງໝັ້ນຄົງຂອງຫວຽດນາມ, ເພື່ອພົນປະໂຫຍດຂອງປະຊາຊົນຫວຽດນາມ ແຕ່ລະຄົນ.”
ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ເນັ້ນໜັກວ່າ
“ຢູ່ທີ່ຮ່າໂນ້ຍນີ້, ພວກເພື່ອນໄດ້ພິສູດໃຫ້ໂລກເຫັນສິ່ງໃດແມ່ນສາມາດເປັນໄປໄດ້. ພວກເພື່ອນໄດ້ພິສູດດ້ວຍການເຄື່ອນໄຫວທີ່ວ່າ, ມີຄວາມໃກ້ຊິດສະໜິດສະໜົມກັບສິ່ງແວດລ້ອມ ແມ່ນນະໂຍບາຍເສດຖະກິດທີ່ດີ. ຊາຍຄາຂຽວສະຫະປະຊາຊາດ ຈະຊ່ວຍໃຫ້ພວກເຮົາເປັນເອກະພາບການເຄື່ອນໄຫວ ແລະ ຊີ້ໃຫ້ເຫັນວ່າ ພວກເຮົາມີຄວາມເຂັ້ມງວດກັບບັນຫາການປ່ຽນແປງດິນຟ້າອາກາດ”.