ພິທີເປີດສະຫຼອງທາງແຍກໃຕ້ດິນຈູງຮ່ວາ-ແທງຊວນ
(ແຍກທາງໃຕ້ດິນ ແທງຊວນ)
(vovworld) - ຕອນເຊົ້າວັນທີ 8/1, ຢູ່ທາງແຍກຈູງຮ່ວາ, ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງຈັດຕັ້ງພິທີເປີດສະຫຼອງທາງແຍກ ຈູງຮ່ວາ ແລະ ທາງແຍກໃຕ້ດິນ ແທງຊວນ. ນີ້ແມ່ນສອງໂຄງການເພື່ອແນໃສ່ປະກອບສ່ວນຮັບປະກັນໃຫ້ການຄົມມະນາຄົມສະດວກສະບາຍ, ຫຼຸດຜ່ອນສະພາບລົດຕິດຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມພິທີມີທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ໂຄງການກໍ່ສ້າງທາງແຍກ ຈູງຮ່ວາມີຍອດຈຳນວນທຶນ 1.087 ຕື້ດົ່ງ. ເມື່ອໂຄງການທັງສອງຖືກນຳເຂົ້າໃຊ້ການຈະສ້າງຄວາມສະດວກໃຫ້ຄົນ ແລະ ຍານພາຫະນະໄປມາຜ່ານທາງແຍກນີ້, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ; ຕອບສະໜອງຄວາມຕ້ອງການຂົນສົ່ງທີ່ນັບມື້ນັບເພີ່ມຂຶ້ນຢ່າງໄວຂອງນະຄອນຫຼວງຮ່າໂນ້ຍ ໃນໄລຍະປະຈຸບັນ ແລະ ໃນອະນາຄົດ.