ພົນຕີ Vo Van Tuan ຕ້ອນຮັບເສນາ ທິການໃຫຍ່ກອງທັບບົກ Srilanka

ພົນຕີ Vo Van Tuan ຕ້ອນຮັບເສນາ ທິການໃຫຍ່ກອງທັບບົກ Srilanka - ảnh 1
ພົນ​ຕີ Vo Van Tuan ​ຕ້​ອນຮັບ​ພົນ​ຈັດຕະວາ D. Rathanatake
(ພາບ: bienphong.com.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ຮ່າ​ໂນ້ຍ, ພົນ​ຕີ Vo Van Tuan, ຮອງ​ຮອງເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້​ອນຮັບ​ພົນ​ຈັດຕະວາ D. Rathanatake, ​ເສນາ​ທິການ​ໃຫຍ່​ກອງທັບ​ບົກ Srilanka ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ນຳກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​​ສອງ​ປະ​ເທດຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະ​ນະ​ຜູ້​ແທນ, ຊອກ​ຮູ້​ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ​ຢ່າງ​ລະອຽດ​ກວ່າ. ​ໃນ​ນັ້ນ, ສຸມ​ໃສ່​ລົງ​ເລີກ​ເລື່​ອງ​ແລກປ່ຽນ​ບົດຮຽນ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ​ຄືນ​ໃໝ່, ປັບປຸງ​ພື້ນຖານ​ປ້ອງ​ກັນ​ຊາດ​ຢ່າງ​ໝັ້ນຄົງເຂັ້ມ​ແຂງ; ອຸດສາຫະກຳ​ຕໍ່​ກໍ່າ​ປັ່ນ; ​ແກ້​ໄຂ​ບັນຫາລະ​ເບີ​ດໝາກ​ມິ່ນ; ກອງທັບ​ຊ່ວຍ​ປະຊາຊົນ​ຫຼຸດຜ່ອນ​ຄວາມ​ອຶດຫິວ​ທຸກ​ຍາກ​ຢູ່​ບັນດາ​ເຂດ​ເສດຖະກິດ​ດ້ອຍ​ພັດທະນາ. ຝ່າຍ​ກອງທັບ Srilanka ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອ, ສະໜອງ​ທຶນ​ສຶກສາ​ເພື່ອ​ບຳລຸງ​ສ້າງ​ພາສາ​ອັງ​ກິດ​ໃຫ້​​ແກ່ພະນັກງານ, ນາຍ​ທະຫານ​ກອງທັບ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ